ຂໍຊີ້ແຈງ ແລະ ແກ້ຂ່າວ ມີຄົນແອບອ້າງຮູບຂ້ອຍໄປຕົວະເອົາເງິນຄົນອື່ນ.

ເລື່ອງ: ກ່ຽວກັບຮູບຂ້ອຍ ທີ່ມີຄົນໂພດລົງວັນທີ 18,11,2020 ວ່າເປັນນັກຕົ້ມຕຸ້ນ ຕົວະໃຫ້ໂອນເງິນແລ້ວບ໋ອກໜີ ທີ່ຈິງແລ້ວບໍ່ແມ່ນຂ້ອຍ, ມີຄົນຮ້າຍເອົາຮູບຂ້ອຍໄປແອບອ້າງໃສ່ເຟສບຸກ ແລະ ໃສ່ເບີວ໋ອດແອັບ ຕ່າງໆນາໆ ແລ້ວໄປຕົວະຂາຍເຄື່ອງອອນລາຍໃຫ້ຄົນອື່ນ

ເມື່ອໂອນເງິນຄ່າເຄື່ອງນັ້ນນີ້ແລ້ວ ກໍບ໋ອກ ປິດເຂົາໄປ ເຮັດໃຫ້ຄົນທີ່ເສຍຫາຍເອົາຮູບຂ້ອຍໄປປະຈານເພື່ອຕາມຕົວຂ້ອຍ ເຮັດໃຫ້ຂ້ອຍເສຍຫາຍ ແລະ ຄອບຄົວ, ໜ້າທີ່ວຽກງານຂອງຂ້ອຍສັບສົນເຂົ້າໃຈຜິດຕ່າງໆນາໆ ທັ້ງໆທີ່ຂ້ອຍບໍ່ໄດ້ຂາຍເຄື່ອງອອນລາຍ ບໍ່ຮູ້ຫຍັງເລີຍ ຂ້ອຍເປັນພະນັກງານການເງິນຢູ່ນະຄອນຫຼວງວຽງຈັນ ແຕ່ມີຄົນເອົາໄປຕົວະກັນວ່າຂ້ອຍຢູ່ຕ່າງແຂວງ ,

ຕອນນີ້ຫຼາຍຄົນໄດ້ເຂົ້າມາຂໍໂທດຂ້ອຍ ແລະ ຍັງອີກຫຼາຍຄົນຍັງບໍ່ຮູ້ ແລະ ຍັງເຂົ້າໃຈຜິດຢູ່ ສະນັ້ນຈຶ່ງແຈ້ງມາຍັງຊາວເຟສບຸກທັງຫຼາຍ ຄວນມີສະຕິລະວັງຕົວ ແລະ ຢ່າເຊື່ອຖືເລື່ອງແບບນີ້ງ່າຍໆ ໃຜເຫັນຮູບຂ້ອຍໄປຕົວະຄົນອື່ນລະຫາແຈ້ງແດ່ເດີ່, ຫາກົດໄລ້ກົດແຊ ເພື່ອເຕືອນສັງຄົມຊ່ວຍກັນແດ່ ຂໍຂອບໃຈ, (ຮູບຂ້ອຍແມ່ນເສື້ອສີເຫຼືອງ)