ເສັ້ນທາງປູຢາງເຂົ້າສູ່ຕົວເມືອງ ກວມເອົາ 93% ໃນທົ່ວປະເທດ

ທ່ານ ນາງ ວິໄລ​ຄຳ ໂພ​ສາ​ລາດ ຄະນະ​ປະຈຳປະ ທານ​ກວດກາ​ພັກ ຮອງ​ລັດຖະ ມົນຕີ​ກະຊວງໂຍທາ​ທິການ ແລະ ຂົນສົ່ງ (ຍທຂ) ໄດ້​ໃຫ້​ສໍາ​ພາດ​ກ່ຽວ​ກັບ ວຽກງານພັດທະນາ​ໂຄງ​ລ່າງ​ພື້ນຖານ​ຄົມມະນາຄົມ​ຕໍ່​ນັກ​ຂ່າວ ໜັງສື​ພິມ ປະຊາຊົນ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ການ​ເຊື່ອມ​ຈອດ​ພາຍ​ໃນ ແມ່ນ​ພວກ​ເຮົາ​ໄດ້​ສໍາ​ເລັດ​ຫຼາຍ​ໂຄງການ

ເປັນຕົ້ນ​ແມ່ນສໍາ​ເລັດການ​ກໍ່ສ້າງ​ຂະ ຫຍາຍ​ທາງ​ເລກ 21 (ຜາ​ເມືອງ​-​ທ່າ​ສີ), ການ​ກໍ່ສ້າງ​ຂົວ​ຂ້າມ​ນ້ໍາ​ຂອງ (ໂຄກ​ເຂົາ​ດໍ​-​ປາກ​ລາຍ), ກໍ່ສ້າງ​ທາງ 16A (ປາກ​ຊ່ອງ​-​ຫຼັກ 52 ແຂວງ ອັດ​ຕະ​ປື), ທາງ 6A ຫາງ​ລ້ອງ-​ສົບ​ເບົາ, ທາງ 6B (ສົບ​ເບົາ-​ປ່າ​ຮ່າງ), ທາງ​ເລກ 4 (ຫົງ​ສາ​-​ຊຽງ​ແມນ), ທາງ​ເມືອງ​ຊຽງ​ຮ່ອນ​-​ເມືອງ​ຄອບ​-​ກ້ອນ​ຕື່ນ, ທາງ​ເລກ 5A (ຂົວ​ນ້ໍາ​ຍອນ​-​ລ້ອງ​ແຈ້ງ​-​ຊາຍ​ແດນ​ແຂວງ​ຊຽງ​ຂວາງ) ແລະ ອື່ນໆ.

ນອກ​ນີ້, ຍັງ​ໄດ້​ພັດທະນາ​ທາງ​ຫຼວງ​ແຂວງ, ທາງ​ຊົນນະບົດ, ທາງ​ເຂົ້າຫາ​ເຂດ​ເສດຖະກິດ ແລະ ຈຸດ​ສຸມ​ການ​ຜະລິດ, ດ້ວຍ​ການ​ຮ່ວ​ມື​ກັບ​ບັນດາ​ຄູ່​ຮ່ວມ​ພັດທະນາ​ຕ່າງໆ, ມາ​ຮອດ​ປີ 2019 ສປປ ລາວ ມີ​ລະບົບ​ຕາໜ່າງ​ເສັ້ນທາງ​ທັງ​ໝົດ 58.254 ກມ, ເພີ່ມ​ຂຶ້ນ 1.922 ກມ ທຽບໃສ່​ປີ 2015 ສັງ​ລວມ​ແລ້ວ​ປັດຈຸບັນ​ມີ​ເສັ້ນທາງ​ທຽວ​ໄດ້​ຕະຫຼອດ​ປີ​ໄປ​ເຖິງ​ທຸກໆ​ເມືອງ​ໃນ​ປະ​ເທດ.

ໃນ​ນີ້, ມີ​ເສັ້ນທາງ​ປູຢາງ​ໄປ​ເຖິງ​ທຸກ​ເທດສະບານ​ແຂວງ​ໃນ​ທົ່ວ​ປະເທດ ແລະ ມີ 138 ເມືອງ ມີ​ເສັ້ນທາງ​ປູຢາງ​ເຂົ້າ​ເຖິງ ຊຶ່ງ​ກວມ​ເອົາ 93,2% (ຈາກ​ທັງ​ໝົດ 148 ເມືອງ) ໃນ​ທົ່ວ​ປະ​ເທດ.