ມ້າງເຄືອຂ່າຍລັກລົດ ແລະ ຊື້-ຂາຍລົດຈັກຜິດກົດໝາຍ ໄດ້ 13 ຄົນ

ເຈົ້າໜ້າທີ່ຕໍາຫຼວດສືບສວນ-ສອບສວນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ສາມາດມ້າງ ເຄືອຂ່າຍລັກລົດ ແລະ ຊື້-ຂາຍລົດຈັກຜິດກົດໝາຍ ໄດ້ຈໍານວນ 13 ຄົນ ພ້ອມທັງເກັບກູ້ຂອງກາງຄືນມາໄດ້ 10 ຄັນ ພາຍໃນເດືອນມິຖຸນາ 2020.

.

.

ພັທ ບຸນອ້ອມ ໄຊຍະວົງ ຮອງຫົວໜ້າກົມຕໍາຫຼວດສືບສວນ-ສອບສວນ ກົມໃຫຍ່ຕໍາຫຼວດ ກ່າວຕໍ່ສື່ມວນຊົນ ປກສ ໃນວັນທີ 19 ພະຈິກ 2020 ວ່າ: ໃນໄລຍະເດືອນມິຖຸນາ 2020, ເຈົ້າໜ້າທີ່ຕຳຫຼວດກົມສືບສວນ-ສອບສວນ ໄດ້ລົງມ້າງຄະດີລັກຊັບພົນລະເມືອງ (ລັກລົດຈັກ) ສາມາດກັກຕົວຜູ້ລັກຊັບ ແລະ ຜູ້ຊື້ຊັບຜິດກົດໝາຍທັງໝົດ 13 ຄົນ ມາສອບສວນຂະຫຍາຍຜົນ. ຜ່ານການສອບສວນຂະຫຍາຍຜົນ, ເຈົ້າ ໜ້າທີ່ ສາມາດເກັບກູ້ຂອງກາງປະເພດລົດຈັກຄືນມາໄດ້ ທັງໝົດ 10 ຄົນ ແລະ ມອບຄືນໃຫ້ກັບເຈົ້າຂອງ ເດີມ ແລ້ວ 3 ຄັນ, ຍັງເຫຼືອ 7 ຄັນລໍຖ້າໃຫ້ເຈົ້າຂອງເດີມເອົາເອກະສານລົດມາພົວພັນເອົານຳເຈົ້າໜ້າທີ່.

.

.

ທ່ານຮອງຫົວໜ້າກົມຕໍາຫຼວດສືບສວນ-ສອບສວນ ກ່າວຕື່ມອີກວ່າ: ຈາກຄະດີດັ່ງກ່າວທີ່ເກີດຂຶ້ນນັ້ນມີຜູ້ຮ່ວມຂະບວນການນຳກັນ 20 ກວ່າຄົນ;

ເຈົ້າໜ້າທີ່ສາມາດກັກຕົວກຸ່ມລັກລົດຈັກໄດ້ທັງໝົດ 6 ຄົນ ຄື:

  1. ທ້າວ ພອນພະຈັນ ຫຼື ອ້າຍ ອາຍຸ 30 ປີ ບ້ານດົງນາໂຊກເໜືອ ເມືອງສີໂຄດຕະບອງ ຮັບສາລະພາບວ່າ: ໄດ້ລັກລົດຈັກມາແລ້ວທັງໝົດ 3 ຄັນ;
  2. ທ້າວ ມ໋ອນ ອາຍຸ 13 ປີ ຢູ່ບ້ານດອນແດງ ເມືອງຈັນທະບູລີ ໄດ້ລັກລົດຈັກເວບ 100 ມາແລ້ວທັງໝົດ 20 ຄັນ;
  3. ທ້າວ ພົມມະຈັນ ຫຼື ໂບ້ນ້ອຍ ອາຍຸ 28 ປີ ບ້ານດົງນາໂຊກ ເມືອງສີໂຄດຕະບອງ ໄດ້ລັກ ລົດຈັກເວບ 100 ມາແລ້ວ ຈໍານວນ 5 ຄັນ,
  4. ທ້າວ ທິບພະຈັນ ຫຼື ໂຫຍ ອາຍຸ 26 ປີ ບ້ານໜອງບົວ ທອງເໜືອ ເມືອງສີໂຄດຕະບອງ ໄດ້ລັກລົດຈັກ ມາແລ້ວ 5 ຄັນ,
  5. ທ້າວ ໄມສີ ຫຼື ຕຸ້ຍ ອາຍຸ 30 ປີ ຢູ່ບ້ານໄຜ່ລ້ອມ ເມືອງໄຊທານີ ໄດ້ລັກລົດຈັກ ມາແລ້ວ 2 ຄັນ,
  6. ທ້າວ ໜານ ອາຍຸ 28 ປີ ຢູ່ບ້ານ ຊໍາເຄ້ ເມືອງໄຊເສດຖາ ໄດ້ລັກລົດຈັກ ມາແລ້ວທັງໝົດ 18 ຄັນ.

.

ສຳລັບວິທີການລັກຂອງພວກເຂົາແມ່ນມີການເຄື່ອນໄຫວນຳໃຊ້ພາຫະນະເລາະຊອກຫາລັກລົດຈັກ ແລະ ອາໃສຕອນເຈົ້າຂອງລົດຈອດລົດຊະຊາຍຕາມແຄມທາງ, ໜ້າເຮືອນ, ໜ້າຫ້ອງເຊົ່າ ແລ້ວພວກເຂົາກໍໃຊ້ອຸປະກອນມ້າງກະແຈລົດຈັກແລ້ວຕິດຈັກລົດຂີ່ໄປແບບໜ້າຕາເສີຍ ແລ້ວນຳລົດທີ່ລັກໄດ້ໄປຂາຍ ໃຫ້ກຸ່ມຮັບຊື້-ຂາຍລົດຈັກເຖື່ອນ (ລົດບໍ່ມີເອກະສານ).

.

ສຳລັບກຸ່ມຮັບຊື້-ຂາຍລົດຈັກທີ່ລັກມາ ສາມາດກັກຕົວໄດ້ທັງໝົດ 7 ຄົນ ປະກອບມີ:

  1. ທ້າວ ນະລົງລັດ ຫຼື ໂບລິ້ງ ອາຍຸ 37 ປີ ພັກເຊົາຢູ່ບ້ານ ດົງນາໂຊກເໜືອ ເມືອງສີໂຄດຕະບອງ ຮັບສາລະພາບວ່າ ໄດ້ຮັບຊື້-ຂາຍລົດທີ່ລັກ ມາທັງໝົດ 7 ຄັນ;
  2. ທ້າວ ປອງ ຫຼື ແງ້ ຫຼື ເຈົ້າເວຫາ ອາຍຸ 28 ປີພັກເຊົາຢູ່ບ້ານສະພານທອງເໜືອ ເມືອງສີສັດຕະນາກ ໄດ້ຮັບຊື້-ຂາຍລົດທີ່ລັກມາ ທັງໝົດ 8 ຄັນ;
  3. ທ້າວ ສີສຸພັນ ຫຼື ເຈ ອາຍຸ 25 ປີບ້ານປາກທ້າງ ເມືອງສີໂຄດຕະບອງ ໄດ້ຮັບຊື້-ຂາຍລົດທີ່ລັກມາ ທັງໝົດ 14 ຄັນ;
  4. ທ້າວ ເອວທອງ ອາຍຸ 18 ປີ ຢູ່ບ້ານສົມຫວັງ ເມືອງໄຊທານີ ໄດ້ຮັບຊື້-ຂາຍລົດທີ່ລັກມາທັງໝົດ 2 ຄັນ;
  5. ທ້າວ ລາຍ ວາແຊ່ຈ່າວ ຫຼື ລາຍວາ ອາຍຸ 33 ປີ ຢູ່ບ້ານນາທອນ ເມືອງນາຊາຍທອງ ໄດ້ຮັບຊື້-ຂາຍລົດ ທີ່ລັກມາທັງໝົດ 7 ຄັນ;
  6. ທ້າວ ໂອເວັ້ນ ຫຼື ຫົງ ອາຍຸ 17 ປີ ຢູ່ບ້ານໄຜ່ລ້ອມ ເມືອງໄຊທານີ ໄດ້ ຮັບຊື້-ຂາຍລົດທີ່ລັກມາທັງໝົດ 5 ຄັນ;
  7. ທ້າວ ສັງທອງ ອາຍຸ 43 ປີ ບ້ານຫ້ວຍນ້ຳເຢັນ ເມືອງນາ ຊາຍທອງ ໄດ້ຮັບຊື້-ຂາຍລົດທີ່ລັກມາທັງໝົດ 4 ຄັນ.

ສຳລັບຮູບແບບການຊື້-ຂາຍລົດຈັກທີ່ລັກມາ, ພວກເຂົາໄດ້ຕັ້ງເຟສບຸກ ແລ້ວໂພດຂາຍລົງເຟສບຸກວ່າເປີດຮັບຊື້ລົດຈັກທຸກລຸ້ນ, ທຸກປະເພດ ລົດເຖື່ອນກໍເອົາ, ຕ້ອງການຊື້ເວບ 100 ລົດ ເຖື່ອນເທົ່ານັ້ນ; ຈາກນັ້ນ, ໄດ້ມີຫຼາຍຄົນທີ່ລັກລົດມາ ແລ້ວນຳໄປຂາຍໃຫ້, ພາຍຫຼັງພວກເຂົາຊື້ ລົດຈັກມາແລ້ວ ພວກເຂົາໄດ້ນຳລົດຄັນດັ່ງກ່າວ ໄປດັດແປງສະພາບລົດຄືນໃໝ່ ແລ້ວນຳມາໂພດຂາຍທາງເຟສບຸກ.

.

ຕໍ່ກັບຄະດີດັ່ງກ່າວນີ້, ເຈົ້າໜ້າທີ່ຕໍາຫຼວດ ສືບສວນ-ສອບສວນກຳລັງເລັ່ງຊອກຫາຜູ້ຮ່ວມ ຂະບວນການທີ່ເຫຼືອມາດຳເນີນຄະດີ ແລະ ເລັ່ງ ເກັບກູ້ຂອງກາງທີ່ຄົນຮ້າຍລັກມາ ແລະ ຂາຍໄປ ກັບຄືນມາໃຫ້ໄດ້ ເພື່ອມອບຄືນໃຫ້ກັບເຈົ້າຂອງ ເດີມ.

.

ປະກົດການລັກລົດຈັກແມ່ນປະກົດການທີ່ພົ້ນເດັ່ນທີ່ເກີດຂຶ້ນໃນສັງຄົມ ໂດຍສະເພາະໃນຕົວເມືອງໃຫຍ່ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ເຈົ້າຂອງຊັບເປັນຈໍານວນຫຼວງຫຼາຍ ໃນນະຄອນຫຼວງວຽງຈັນ ແລະ ທົ່ວປະເທດ; ສະນັ້ນ, ຈຶ່ງຮຽກຮ້ອງມາຍັງພະນັກງານ, ທະຫານ, ຕໍາຫຼວດ, ພໍ່ຄ້າ-ຊາວຂາຍ, ພໍ່-ແມ່ປະຊາຊົນລາວໃນທົ່ວປະເທດ ຈົ່ງມີສະຕິລະວັງຕົວ, ເອົາໃຈໃສ່ປົກປັກຮັກສາຊັບສິນຂອງຄອບຄົວ, ຂອງຕົນເອງ ເພື່ອອັດຊ່ອງຫວ່າງບໍ່ໃຫ້ກຸ່ມຄົນບໍ່ດີສວຍໂອກາດລັກເອົາຊັບຂອງຕົນ ໂດຍສະເພາະແມ່ນລົດຈັກຕ້ອງເກັບມຽນໃຫ້ດີໃນເວລາໃຊ້ວຽກງານແລ້ວ, ຄວນມີກະແຈລ໋ອກຕີນໃນເວລາຈອດໄວ້ຕາມແຄມທາງ, ໃນເວລາໄປຕະຫຼາດກໍຄວນນຳລົດຂອງທ່ານໄປຝາກບ່ອນຮັບຝາກ ເພື່ອປ້ອງກັນບໍ່ໃຫ້ລົດຂອງທ່ານຖືກລັກໄປ; ຕໍ່ກັບບັນຫາລັກລົດຈັກນີ້, ຖ້າຫາກບັນດາທ່ານຫາກພົບເຫັນບຸກຄົນໄດ້ມີພືດຕິກຳເຄື່ອນໄຫວລັກຊັບໃຫ້ຮີບຮ້ອນແຈ້ງຕໍ່ເຈົ້າໜ້າທີ່ກ່ຽວຂ້ອງຮັບຮູ້ຢ່າງວ່ອງໄວ ເພື່ອພ້ອມກັນແກ້ໄຂໃຫ້ທັນເວລາ.