ໃຜ​ແນ່​ມັກ​ກິນ​ຊາ​ໄຂ່​ມຸກ ຮູ້​ໄວ້​ວ່າ​ມັນ​ສົ່ງ​ຜົນ​ເສຍ​ຮ້າຍ​ແຮງ​ຕໍ່​ຮ່າງກ​າຍ

ຊາ​ໄຂ່​ມຸກ ນັບ​ວ່າ​ຮ້ອນໆ​ແບບ​ນີ້​ໃຜ​ກໍ​ຄົງ​ມັກ​ຊື້​ກິນ ແລະ ກິນ​ເປັນ​ປະ​ຈຳ, ຍາງ​ຄົນ​ນິ​ກິນ​ເຊົ້າ​ສວຍ​ແລງ​ເລີຍ ເຊິ່ງ​ການ​ກິນ​ຊາ​ໄຂ່​ມຸກຫຼາຍໆ​ຈອກ ລຽນ​ກັນ​ປະ​ຈຳ ມັນ​ອາດ​ສົ່ງ​ຜົນຫຼາຍ​ຢ່າງ​ຕໍ່​ຮ່າງ​ກາຍ​ກໍ​ໄດ້ ເຊິ່ງ​ແພດ​ຈີນ​ເຜີຍ​ເລື່ອງ​ຂອງ​ຍິງ​ສາວ ຕົນ​ໄຂ້​ລາຍ​ໜຶ່ງ​ທີ່​ມັກ​ດື່ມ​ກິນ​ຊາ​ໄຂ່​ມຸກ​ເປັນ​ປະ​ຈຳ ຕ້ອງ​ເຂົ້າ​ໂຮງ​ໝໍ​ອາ​ການ​ໜັກ​ໜ່ວງ ເຖິງ​ຂັ້ນ ໂຄ​ມ້າ ເພາະ​ນາງ​ມັກ ແລະ ຕິດ​ຊາ​ໄຂ່​ມຸກຫຼາຍ

ສາ​ວ​ຈີນ​ຄົນ​ນີ້​ອາ​ຍຸ 18 ປີ ​ປ່ວຍ​ໜັກ​ເປັນ​ພາ​ວະ​ເບົາ​ຫວານ ຫຼັງ​ຈາກ​ກິນ​ຊາ​ໄຂ່​ມຸກ​ທຸກ​ມື້​ຕະຫຼອດ​ເດືອນ ພໍ່​ແມ່​ນາງ​ເລົ່າ​ວ່າ ນາງ​ມີ​ອາ​ການ​ຕິດ​ຊາ​ໄຂ່​ມຸກ ຈະ​ຕ້ງອ​ໄດ້​ດື່ມ​ປະ​ຈຳ​ທຸກ​ມື້ ມື້​ລະ 2 ຈອກ ແລະ ເປັນ​ແບບ​ນີ້​ຕະຫຼອດ​ເດືອນ ເຮັດ​ໃຫ້​ເປັນ​ສາ​ເຫດ​ລະ​ດັບ​ນ້ຳ​ຕານ​ໃນ​ເລືອດ​ສູງ​ຂຶ້ນ​ຢ່າງວ່ອງ​ໄວ

ວັນ​ທີ່​ເກີດ​ອາ​ການ​ຮຸ່ນ​ແຮງ ນາງ​ລົ້ມ​ລົງ ແລະ ບໍ່​ຕອບ​ສະ​ໜອງ​ໃດໆ ຈຶ່ງ​ຈຳ​ເປັນ​ຕ້ອງ​ສົ່ງ​ໄປ​ໂຮງ​ໝໍ​ດ່ວນ ແພດ​ໄດ້​ກວດ​ຢ່າງ​ລະ​ອຽດ ພົບ​ວ່າ ປະ​ລິ​ມານ​ນ້ຳ​ຕານ​ໃນ​ເຄື່ອງ​ດື່ມ​ຊາ​ໄຂ່​ມຸກ​ມີ​ນ້ຳ​ຕານ 100 ກາມ ຫຼື 25 ຊ່ອງ​ໃນ​ເຄື່ອງ​ດື່ມ​ປະ​ລິ​ມານ 750 ມິ​ລີ​ລິດ ແພດບອກວ່າ ໃນ​ຊາ​ໄຂ່​ມຸກ​ນັ້ນ​ເຮັດ​ໃຫ້​ລະ​ດັບ​ນ້ຳ​ຕານ​ນາງ​ເພີ່ມ​ຂຶ້ນ 25 ເທົ່າ​ຈາກ​ລະ​ດັບ​ປົກ​ກະ​ຕິ ແລະ ເປັນ​ສາ​ເຫດ​ເຮັດ​ໃຫ້​ນາງ​ມີ​ອາ​ການ​ພາ​ວະ​ເບົາ​ຫວານ​ຮຸນ​ແຮງ ຈາກ​ນ້ຳ​ຈາກນ້ຳຕານໃນເລືອດສູງກວ່າປົກກະຕິ

ໃນ​ຊ່ວງ​ກ່ອນ​ທີ່​ນາງ​ຈະ​ເຂົ້າ​ຖ​ຮງ​ໝໍ ແພດ​ຮັບ​ຮູ້​ວ່າ​ນາງ​ມີ​ອາ​ການ ຫິວ​ນ້ຳ​ຕະຫຼອດ, ວິນ​ວຽນ ໜ້າ​ມືດ ປວດ​ຮາກ ແລະ ມັກ​ເຂົ້າ​ຫ້ອງ​ນ້ຳ​ ຂະ​ບວນ​ການ​ຮັກ​ສາ​ສາວ​ຄົນ​ນີ້ ຕ້ອງ​ໄດ້​ໃຊ້​ການ​ຝອກ​ດ້ວຍ​ເຄື່ອງ​ໄຕ​ທຽມ ເພື່ອ​ຊ່ວຍ​ໃຫ້​ໄຕ​ກັບ​ມາ​ປົກ​ກະ​ຕິ ແລະ ນາງ​ກໍ​ຟື້ນ​ຂຶ້ນ​ໃນ 5 ມື້  ນາງ​ຕ້ອງ​ພັກ​ປົວ​ຕົນ​ເອງ​ຢູ່​ໂຮງ​ໝໍ​ດົນ​ເປັນ​ເດືອນ​ເພື່ອ​ໃຫ້​ອາ​ການ​ຄົງ​ທີ່ ນ້ຳ​ໜັກ​ໂຕຫຼຸດ​ລົງ​ເຖິງ 35 ກິ​ໂລ ແລະ ຈະ​ຍ້າຍ​ໄປ​ປົວ​ອີກ​ໂຮງ​ໝໍ​ອື່ນ

ຜູ້​ທີ່​ມັກ​ກິນ ຫຼື ມີ​ລູກດ ມີຫຼານ ມີ​ໝູ່​ມັກ​ກິນ ກໍ່​ເຕືອນ​ທ​ກັນ​ແນ່ ດົນໆ​ກິນເອົາ ເພາະ​ມັນ​ອັນ​ຕະຫລາຍ​ຕໍ່​ສຸ​ຂະ​ພາບ

ຈາກ: news.com.au, thesun, ladbible