ສຸດແປກ ເທດສະການແກວ່ງຂີ້ງົວໃສ່ກັນ ທີ່ປະເທດອິນເດຍ

ສຸດແປກເທດສະການແກວ່ງຂີ້ງົວໃສ່ກັນ ທີ່ປະເທດອິນເດຍ ລັດ Tamil Nadu,​ ປະເທດອິນເດຍ ໄດ້ມີເທດສະການແກວ່ງຂີ້ງົວໃສ່ກັນ ໂດຍຊາວໄດ້ຕັກຂີ້ງົວມາກອງແລ້ວ

ປັ້ນເປັນກ້ອນ ແລະ ແກວ່ງໃສ່ກັນຄືກັບກ້ອນຫິມະ ໃນອາທິດທີ່ຜ່ານມາ ເນື່ອງໃນເທດສະການ Gorehabba ເຊິ່ງເປັນ ສ່ວນໜຶ່ງຂອງງານເທດສະການ Diwali ຫຼື ງານ

ປີໃໝ່ຂອງຊາວຮີນດູ ເປັນເທດສະການສຳຄັນຂອງອິນເດຍ ເທດສະການນີ້ ຫຼາຍເຂດໂດຍສະເພາະທີ່ລັດ Tamil Nadu ທາງພາກໃຕ້ຂອງອິນເດຍ ຈະມີການຈັດງານເທດສະການແກວ່ງຂີ້ງົວໃສ່ກັນ ເຊິ່ງເປັນປະເພນີທ້ອງຖິ່ນຈັດສືບຕໍ່ກັນມາຫຼາຍຮ້ອຍປີ.