ອຸດົມສິດ ໝາຍເລກ7 ນັກເຕະຈາກຈຳປາສັກ ຈະບໍ່ໄດ້ເດີນທາງກັບພ້ອມຄະນະໃນມື້ນີ້ ຕ້ອງໄປກວດສຸຂະພາບອີກເທື່ອໜື່ງ ຫຼັງເຈັບກາງສະໜາມ
ອຸດົມສິດ ສິງລາດສົມບູນ ຈະບໍ່ໄດ້ເດີນທາງກັບພ້ອມຄະນະໃນມື້ນີ້ ຕ້ອງໄປກວດສຸຂະພາບອີກເທື່ອໜື່ງ.
ຂໍຍົກຍ້ອງໃນຄວາມເປັນນັກສູ້ຂອງອຸດົມສິດ ໄດ້ມີໂອກາດລົມກັນ ຫຼັງຈາກແພດໝໍປ້ຳຫົວໃຈຟື້ນຂື້ນມາມີສະຕິ ທ່ານໝໍຈະພາໄປໂຮງໝໍ ແຕ່ອຸດົມສິດຖາມໝໍວ່າ ສະກໍເທົ່າໃດ໋ໝໍ ທ່ານໝໍຕອບແຂວງຫຼວງພະບາງຂື້ນນຳ1-0

ຕອນນັ້ນອຸດົມສິດເປັນຫ່ວງນຳທິມ ທ່ານໝໍບອກວ່າບໍ່ຕ້ອງເປັນຫ່ວງ ເອົາຊີວິດເຈົ້າໄວ້ກ່ອນ ແຕ່ອຸດົມສິດກໍ່ຂໍຢືນຢັນວ່າ #ຂໍຕາຍໃນສະໜາມ

ໃນໃຈອຸດົມສິດຕອນນັ້ນເຂົາຄິດວ່າເຂົາຕ້ອງບໍ່ເປັນຫຍັງເພື່ອບໍ່ໃຫ້ອ້າຍນ້ອງນັກກິລາ-ຄູຝຶກ ເສຍຂວັນກຳລັງໃຈ.
ໃນທີ່ສຸດ ອຸດົມສິດ ສິງລາດສົມບູນ ໝາຍເລກ7 ກໍ່ກັບມາໄດ້ ທິມກໍ່ກັບມາໄດ້.

ຊົມເຊີຍໃນເລືອດນັກສູ້ແດນໃຕ້
