ມີຄົນຕິດເຊື້ອໄຂ້ຍຸງລາຍເພີ່ມອີກ 14 ກໍລະນີ ຢ່າຖືເບົາໃຫ້ປະຕິບັດ 5 ປ

ໃນວັນທີ 19 ພະຈິກ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 18 ພະຈິກ 2020 ສປປ ລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍທັງໝົດ 14 ກໍລະນີ ແລະ ບໍ່ມີຜູ້ເສຍຊີວິດ, ນັບແຕ່ວັນທີ 01/01/2020 -18/11/2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 7.911 ຄົນ (ມີລາຍງານ

ກໍລະນີ ໃນ 18 ແຂວງ, ແຂວງທີ່ມີການລາຍງານຫລາຍກວ່າໝູ່ແມ່ນນະຄອນຫລວງວຽງຈັນ ມີເຖິງ 1.798 ຄົນ, ຖັດລົງມາແມ່ນ ບໍລິຄຳໄຊ 920 ຄົນ, ບໍ່ແກ້ວ 740 ຄົນ ແລະ ວຽງຈັນ 709 ຄົນ). ຈຳນວນຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ ມີທັງໝົດ 12 ຄົນ,ນະຄອນຫລວງ 04 ຄົນ, ບໍລິຄຳໄຊ 02 ຄົນ, ຄຳມ່ວນ 02 ຄົນ, ໄຊຍະບູລີ 01 ຄົນ, ຊຽງຂວາງ 01 ຄົນ, ສະຫວັນນະເຂດ 01 ຄົນ ແລະ ຜົ້ງສາລີ 01 ຄົນ. ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ກ່າວຕື່ມວ່າ: ເພື່ອທຳລາຍແຫລ່ງ

ເພາະພັນຂອງໜອນນ້ຳຍຸງລາຍ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ຊຸມຊົນ ແລະ ອຳນາດການປົກຄອງທຸກຂັ້ນ ຮ່ວມແຮງຮ່ວມໃຈ ໃນການປະຕິບັດ 5ປ ຢ່າງເຄັ່ງຄັດ ໃຫ້ເປັນປະຈຳ ຄື: 1. ປິດ: ຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່; 2. ປ່ຽນ: ນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້,

ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ; 3. ປ່ອຍ: ປາຫາງນົກຍຸງເພື່ອກິນໜອນນ້ຳ; 4. ປັບ ປຸງ: ການອະນາໄມສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີກະໂປະກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ ແລະ 5. ປະຕິບັດ: ໃຫ້ເປັນນິໄສປະຈຳທຸກໆອາທິດ. ຖ້າທ່ານເປັນໄຂ້ ໃຫ້ຮີບຮ້ອນໄປພົບແພດໝໍ ບໍ່ໃຫ້ຊື້ຢາມາກິນເອງ ເພື່ອຈະໄດ້ຮັບການປິ່ນປົວຢ່າງທັນການ. ສຳລັບລາຍລະອຽດຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ, ທ່ານສາມາດຕິດຕາມໄດ້ຈາກເວັບໄຊແລະ ເຟດບຸກຂອງສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ.