ຂ່າວດີ ສໍາລັບແຮງງານລາວ ທີ່ຍັງເຮັດວຽກຢູ່ປະເທດໄທ ສາມາດຕໍ່ວີຊ້າຢູ່ໄທໄດ້ຈົນຮອດທ້າຍປີ 2021

ຂ່າວດີ ສໍາລັບແຮງງານລາວ ທິ່ຍັງເຮັດວຽກຢູ່ປະເທດໄທ, ລັດຖະບານໄທ ຕົກລົງເຫັນດີ ໃຫ້ແຮງງານຈາກ ລາວ, ກໍາປູເຈຍ ແລະ ມຽນມາ ທີ່ປະຈຸບັນ ຍັງເຮັດວຽກຢູ່ໄທ ສາມາດຕໍ່ວີຊ້າການເຮັດວຽກອອກໄປໄດ້ຕື່ມ ຈົນຮອດທ້າຍປີ 2021 ເນື່ອງຈາກຄາດວ່າ

ອິດທິພົນຂອງການແຜ່ລະບາດເຊື້ອໂຄວິດ ໃນພາກພື້ນ ແລະ ສາກົນ ຍັງຈະແກ່ຍາວອອກໄປຕື່ມ, ທັງຍັງເປັນການຫຼຸດຜ່ອນການຂາດແຮງງານ ໃນບາງຂະແໜງການ ຢູ່ປະເທດໄທ.

ປະຈຸບັນຄາດວ່າ ຍັງມີແຮງງານລາວ ປະມານ 24,000ຄົນ ທີ່ຍັງເຮັດວຽກຢູ່ປະເທດໄທ ຊຶ່ງຈະໄດ້ຮັບຜົນປະໂຫຍດ ຈາກນະໂຍບາຍຕໍ່ວີຊ້ານີ້.

FM 90 Mhz