ດຸໝັ່ນຂະຫຍັນພຽນ…! ອອກແຮງງານເພີ່ມພູນຜະລິດຜົນເພື່ອຊອກແຫຼ່ງລາຍຮັບເຂົ້າສູ່ຕົນເອງ

ເມືອເວົ້າເຖີງບຸກຄົນດຸໝັ່ນຂະຫຍັນພຽນ, ດຸໝັ່ນໃນການອອກແຮງງານເພີ່ມພູນຜະລິດຜົນເພື່ອຊອກແຫຼ່ງລາຍຮັບເຂົ້າສູ່ຕົນເອງໂດຍບໍ່ເອື້ອອີງໃສ່ເງິນເດືອນພຽງດ້ານດຽວ ສະຫາຍ ຮ້ອຍໂທ ນາງ ພອງສະໄໝ ສໍບຸນເຕັມ ອາຍຍຸ 30 ປີ ໜ້າທີ່ຮັບຜິດຊອບນັກສາຍໂທລະສັບສື່ສານ ກອງຮ້ອຍທີ III ກອງພັນ 227 (ສື່ສານ) ທີ່ຂຶ້ນກັບກອງພົນທະຫານຮາບທີ 4 ແມ່ນບຸກຄົນໜື່ງທີ່ຢືນຢູ່ແຖວໜ້າຂອງກົມກອງ ແລະ ເປັນແບບຢ່າງໃຫ້ອ້າຍນ້ອງພາຍໃນກອງຮ້ອຍ III ກອງພັນ 227 (ສື່ສານ) ນຳອີກ.

ຄວາມຈິງແລ້ວ ສະຫາຍ ຮ້ອຍໂທ ນາງ ພອງສະໄໝ ສໍບຸນເຕັມ ແມ່ນລູກຮັກຫຼານແພງຂອງຊາວບ້ານຈະເລີນສຸກ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ສະຫາຍ ໄດ້ສະໝັກໃຈເຂົ້າຮັບໃຊ້ຊາດໃນວັນທີ 01/01/2007 ຍ້ອນມີນ້ຳໃຈຮັກຊາດ ຮັກບ້ານເກີດເມືອງນອນ ຢາກປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາພັດທະນາປະເທດຊາດ, ໃນເບື້ອງຕົ້ນແມ່ນສັງກັດຢູກອງຮ້ອຍ III ກອງພັນ 227 (ສື່ສານ)ສະຫາຍ ໄດ້ມີຄວາມດຸໝັ່ນຂະຫຍັນພຽນອົດທົນຜານຜ່າຂໍ້ຫຍຸ້ງຍາກນານາປະການ, ຕັ້ງໜ້າປະຕິບັດຂໍ້ກຳນົດກົດລະບຽບຂອງກົມກອງຄືຂອງກອງທັບເປັນຕົ້ນແມ່ນຂໍ້ກຳນົດ 7 ລະບອບ 18 ວຽກ, ການນຸ່ງຖື, ການເຂົ້າ-ອອກຄ້າຍ, ເຮັດໜ້າທີ່ວິຊາສະເພາະນັກສາຍໂທລະສັບສື່ສານຜູ້ດີເດັ່ນແລ້ວສະຫາຍຍັງໄດ້ເອົາໃນໃສ່ບົວລະບດຜັດເຊັດພາຫະນະອຸປະກອນວິຊາສະເພາະ ແລະ ວຽກງານອື່ນໆ…

ສະຫາຍ ໄດ້ມີຄວາມຈູບຈ້າວຫ້າວຫັນເປັນພິເສດຮຽນນຳໝູ່ເພື່ອນ ແລະ ພະນັກງານ-ນັກຮົບຜູ້ທີ່ມີປະສົບການເພື່ອນຳໄປພັດທະນາຕົນເອງໃຫ້ມີຄວາມຮູ້ຄວາມສາມາດສູງກວ່າເກົ່າຍ້ອນເຫັນໄດ້ເຖີງຄວາມຕັ້ງໃຈອົດທົນບວກກັບສະຫາຍມີທັດສະນະຄຸນສົມບັດອັນອີເລີດ ຄະນະພັກ-ຄະນະບັນຊາກົມກອງຈຶ່ງມອບໝາຍໜ້າທີ່ຮັບຜິດຊອບເປັນນັກສາຍໂທລະສັບສື່ສານປະຈຳກອງຮ້ອຍ III ກອງພັນ 227 (ສື່ສານ) ຈົນເຖີງປັດຈຸບັນໃນແຕ່ລະວັນຮ້ອຍໂທ ນາງ ພອງສະໄໝ ສໍບຸນເຕັມ ແຕ່ລະວັນໄດ້ປະຕິບັດ 7 ລະບອບ 18 ວຽກ ກໍ່ຄືຂໍ້ກຳນົດຂອງກົມກອງ. ພາຍຫຼັງສຳເລັດຈາກວຽກງານລວມຂອງຂັ້ນເທີງແລ້ວ ສະຫາຍ ໄດ້ຕັ້ງໜ້າສຸ່ມໃສ່ການປູກ-ການລ້ຽງ ເພື່ອຍົກສູູງນ້ຳໃຈ ເພີ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ , ໂດຍບໍ່ເອື້ອອີງໃສ່ແຕ່ເງິນເດືອນແຕ່ດ້ານດຽວ ເບື້ອງຕົ້ນແມ່ນເລີ່ມປູກຜັກຫອມບົ່ວ 2 ໜານ, ຫອມລາບ 2 ໜານ ແລະ ຜັກຊະນິດອື່ນໆ…

ອີກ 4 ໜານ ລວມທັງໝົດ 8 ໝານ, ລ້ຽງເປັດ 10 ໂຕ, ໄກ່ 15 ໂຕ, ເວລາຜ່ານໄປ 1-2 ເດືອນ ຜັກກໍ່ເລີ່ມໃຫຍ່ ສາມາດສົ່ງເຂົ້າເຮືອນຄົວລວມຂອງກົມກອງ ແລະ ຂາຍໃຫ້ແມ່ຄ້າຕາມທ້ອງຕະຫຼາດດ້ວຍລາຄາ 10.000 ພັນກີບຕໍ່ກິໂລ ແລະ ຜັກຖົ່ວໄປລາຄາ 5000 ກີບຕໍ່ກິໂລ, ສະຫາຍ ຈື່ງຕັດສິນໃຈຂະຫຍາຍອອກຕື່ມອີກ 5 ໜານ ນອກນີ້ສະຫາຍ ຍັງໄດ້ທ້ອນເງິນເດືອນເພື່ອຊື້ແມ່ພັນໄກ່-ເປັດ ມາເພີ່ມອີກ 30 ໂຕ ມາລ້ຽງເພີ່ມໃສ່ໂຕເກົ່າໃຫ້ຫຼາຍກວ່າເດີມມາຮອດປັດຈຸບັນສາມາດຂາຍພຶດຜັກ 1.500-2000 ກິໂລ ຄິດເປັນເງິນ 9-10 ລ້ານກີບຕໍ່ປີ, ຂາຍເປັດ-ໄກ່ 150 ໂຕ ເປັນເງິນ 7-8 ລ້ານກີບ ລາຍຮັບຈາກການປູກ-ການລ້ຽງ ຈຳນວນເງິນໜື່ງແມ່ນຝາກທະນາຄານໄວ້ເປັນເງິນທ້ອນ ແລະ ອີກຈຳນວນໜື່ງແມ່ນນຳມາໝູນໃຊ້ເຂົ້າໃນການປູກ-ການລ້ຽງ ແລະ ໝູນໃຊ້ເຂົ້າໃນການໃຊ້ສອຍຊີວິດປະຈຳວັນໃຫ້ນັບມື້ມີການຫັນປ່ຽນທີ່ດີໄປເທື່ອລະກ້າວ ສ່ວນລາຍຮັບຈາກເງິນເດືອນກໍ່ໄດ້ເກັບໄວ້ເປັນເງິນທ້ອນອີກເຊັ່ນກັນ.

ສະຫາຍ ພັນຕີ ສີມອນ ວົງພະຈັນ ວົງະຈັນ ຄະນະພັກກອງພັນ ຮອງຫົວໜ້າການທະຫານກອງພັນ 227 (ສື່ສານ) ໃຫ້ຮູ້ວ່າ: ສະຫາຍ ຮ້ອຍໂທ ນາງ ພອງສະໄໝ ສໍບຸນເຕັມ ໜ້າທີ່ຮັບຜິດຊອບນັກສາຍໂທລະສັບສື່ສານກອງຮ້ອຍ III ກອງພັນ 227 (ສື່ສານ) ແມ່ນອີກພະນັກງານຜູ້ໜື່ງທີ່ມີທັດສະນະອອກແຮງງານທີ່ດີເລີດ ນອກຈາກເຮັດສຳເລັດໜ້າທີ່ວິຊາສະເພາະຂອງຕົນຮັບຜິດຊອບແລ້ວ ສະຫາຍ ຍັງໄດ້ໝູນໃຊ້ເວລາວ່າງໃຫ້ເກີດປະໂຫຍດສູງສຸດດ້ວຍການປູກ-ການລ້ຽງເປັນອາຊີບເສີມເພື່ອສ້າງແຫຼ່ງລາຍຮັບເຂົ້າສູ່ຕົນເອງໂດຍບໍ່ເອື້ອອີງໃສ່ແຕ່ເງິນເດືອນພຽງແຕ່ດ້ານດຽວ ສະນັ້ນ ສະຫາຍ ຈຶ່ງຖືກຍົກໃຫ້ເປັນອີກບຸກຄົນໜື່ງທີ່ເປັນເເບບຢ່າງ ແລະ ໜ້າຍົກຍ້ອງສັນລະເສີນໃຫ້ໝູ່ເພື່ອນນຳອີກ.

ຂຽນໂດຍ: ໂພຄຳ ພອນປະເສີດ (ນັກຂ່າວກອງພົນທີ 4)ພາບໂດຍ: ບົວຄຳ ທອງລັດສະໝີ (ນັກຂ່າວກອງພົນທີ 4)