ຢູ່ນາສະຕູດິໂອ ຄົບຮອບ 5 ປີ ຊ່ອງຢູທູບທະລຸ 1,000,000 subs ລາຍໄດ້ຈາກຢູທູບທະລຸ 100,000$ ຍິນດີນຳເດີ້

2020 ຢູ່ນາຄົບຮອບ 5 ປີ
ຊ່ອງຢູທູບທະລຸ 1,000,000 subs
ລາຍໄດ້ຈາກຢູທູບທະລຸ 100,000$
ກຳລັງຈະເປີດຕົວຖຽງນາຫຼັງໃໝ່ພ້ອມກັບໂລ້ຄຳຈາກຢູທູບ

2015-2020 ມັນຄືການເດີນທາງທີ່ຍາວນານແລະພົບຄວາມຫຍຸ້ງຍາກມາກມາຍບົນເສັ້ນທາງສາຍນີ້ ແຕ່ໃນທີ່ສຸດເຮົາກໍມາຮອດແລ້ວ…ຄວາມພູມໃຈຂອງນັກກິລາທີ່ມີໃຫ້ຫຼຽນຄຳໂອລິມປິກສັນໃດ ຄວາມພູມໃຈຂອງ Youtuber ທີ່ມີຕໍ່ໂລ້ຄຳຈາກຢູທູບກໍສັນນັ້ນ…

ຂໍຂອບໃຈທຸກຄົນທີ່ຢູ່ຄຽງຂ້າງແລະຄອຍຕິດຕາມຜົນງານຂອງ UNA STUDIO ຕະຫຼອດມາຈາກມື້ທີ່ຢູ່ນາຍັງເປັນພຽງເບ້ຍນ້ອຍໆຈົນມື້ນີ້ກາຍເປັນຕົ້ນກ້າທີ່ເຕີບໃຫຍ່ ເຖິງຫຼາຍຢ່າງຈະປ່ຽນໄປແຕ່ຄວາມຈິງໃຈທີ່ຢູ່ນາມີໃຫ້ສັງຄົມບໍ່ເຄີຍປ່ຽນ…ພໍສໍ່ານີ້ແລະພິມຫຼາຍມັນຊຶ້ງ ປອບເອີ້ຍ ນຳ້ຕາຈະໄຫຼ !!!

.

.

.

.

.

.