ປະຊາຊົນເດືອດຮ້ອນ ຍ້ອນເກັບຄ່າຜ່ານທາງແພງ

ຊ່ວຍແນ່ຕອນນີ້ເດືອດຮ້ອນແຮງກັບເພີ່ນເກັບຄ່າທາງ ປາກເຊ ຫາ ປາກຊ່ອງ ເພາະຂ້າພະເຈົ້າທ່ຽວທຸກວັນເພືອໄປສົ່ງລູກເຂົ້າໂຮງຮຽນຢູ່ປາກເຊເທົ່ານັ້ນບໍ່ໄດ້ໄປຄ້າຂາຍຫຍັງ ແຕ່ ໄດ້ເສຍມື້1/30.000ກີບ ໄປ 15.000ມາ15.000ກີບ ບາງມື້ກະເສຍຮອດ60.000ເພາະທ່ຽວ4ເທືອ ຕົກຢູ່ເດືອນ 8ແສນປາຍ ເພາະຢຸດແຕ່ວັນອາທິດທີ່ບໍ່ໄດ້ໄປ .

ຂໍຖາມທຸກທາ່ນແນ່ວ່າຕອ້ງເຮັດແນວໃດ ເພາະພົວພັນໄປຫາຫ້ອງການຫລາຍເທືອແລ້ວ ເພີ່ນກະບອກວ່າຫົວຫນ້າໃຫ້ເກັບແບບນີ້ ໂດຍ ບໍ່ມີນະໂຍບາຍໃຫ້ຜູ້ທີ່ອາໃສຢູ່ເຂດນີ້ທີ່ຕ້ອງຜ່ານທຸກວັນເລີຍ ທ່ານຄິດວ່າມັນບໍ່ເອົາປຽບໂພດບໍ່ ທາງປະຈຳປີກະເສຍແລ້ວ ກະບໍ່ແມ່ນວ່າບໍ່ຢາກເສຍຈັກກີບດອກຂໍເພີ່ນເສຍລາຍເດືອນ300.000ກີບ/ເດືອນກະຍັງບໍ່ໄດ້ຄຳຕອບ ພະນັກງານກະມີແຕ່ເຮັດຕາມຄຳສັງຫົວຫນ້າວ່າຕ້ອງເກັບ.

.

ຕອນນີ້ເປັນທຸກແຮງທ່ານເອີຍ ຊ່ວຍແນ່🙏🙏🙏🙏