ສະຫຼົດໃຈລົດຂົນເຂົ້າປີ້ນເຈັບ 3 ເສຍຊີວິດ 1 ທີ່ທ່າແຂກ

ອຸບັດຕິເຫດລົດຮຸນໃດແກ່ເຂົ້າເສຍຫຼັກປີ້ນເສຍຊີວິດຄາທີ່ 01 ຄົນ

ໃນວັນທີ 14.11.2020ເວລາ 11:40 ນາທີ ໃດ້ຮັບແຈ້ງເຫດຜ່ານເບີສຸກເສີນ 020 23451624- 020 55330065 ວ່າ: ມີລົດຮຸນໃດແກ່ເຂົ້າປີ້ນ ຢູ່ເສັ້ນທາງ ບ້ານ ດົງໃຕ້( ຮ່ອມໂຮງງານເກືອກາລີ ) ເມືອງ ທ່າແຂກ ແຂວງຄຳມ່ວນ ເມື່ອໜ່ວຍງານກູ້ໄພພວກເຮົາ ໄປເຖິງຈຸດເກີດເຫດກໍໄດ້ພົບເຫັນຜູ້ບາດເຈັບ 03ຄົນ ເພດຊາຍ ແລະເສຍຊີວິດຄາທີ່ 01 ຄົນ ເພດຊາຍ

ຜູ້ທີ 1 ກະທົບບ່າໄລ່ຂວາ

ຜູ້ທີ 2 ຫົວເຂົ່າເບື້ອງຊ້າຍຈີກ ແລະໜ້າເບຶ້ອງຂວາຈີກ

ຜູ້ທີ 3 ຫົວແຕກເບື້ອງຊ້າຍ ຕີນຊ້າຍຂວາຖະຫລອກ

ຜູ້ທີ 4 ເສຍຊີວິດຄາທີ່ ກະທົບຫົວ

ພວກເຮົາຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງຜູ້ກ່ຽວມາຍັງໂຮງຫມໍແຂວງຄຳມ່ວນ.

.

.

ອຸປະຕິເຫດ ເຈັບປ່ວຍສຸກເສີນ ເຫດດ່ວນເຫດຮ້າຍ

ໂທສາຍຕົງ 020 55330065, 020 23451624, ຕັ້ງໂຕະຫ້ອງການ : 051 251624, ສາຍດ່ວນ 1624 ໂທຟຣີ 24ຊົ່ວໂມງ…