ສ.ອາ​ເມ​ລິ​ກາ ​ເລັ່ງຍົກຍ້າຍປະຊາຊົນ​ອອກ​ຈາກ​​ເຂດ​ເຂື່ອນ​ແຕກ

ຕາມ​ຂ່າວ​ຈາກ ​ເມືອງ​ມິດ​ແລນ, ວັນ​ທີ 21 ພຶດສະພາ​ນີ້, ນ້ຳ​ຈາກ​ເຂື່ອນ​ແຕກ 2 ​ແຫ່ງ ​ໄຫລ​ເຂົ້າຖ້ວມ ​ຕົວເມືອງ ​ໃນ​ລັດ​ມີ​ຊິ​ແກນ​ຂອງ ສ.ອາ​ເມ​ລິ​ກາ ​ເຮັດ​ໃຫ້​ປະຊາຊົນ​ ຫລາຍ​ພັນ​ຄົນ ຕ້ອງ​ຍົກຍ້າຍ ອອກ​ຈາກ​ເຮືອນ ​ແລະ ມວນ​ນ້ຳ ພວມ​ຈະ​ເຂົ້າຖ້ວມ​ ໂຮງງານ​ ເຄມີ ຂອງ ດາວ​ເຄມີ​ຄໍ​ລ (Dow Chemical Factory) ​ທີ່ຢູ່​ຖັດຈາກ​ ແຫ​ລ່ງກຳຈັດ ​ຂີ້​ເຫຍື້ອ ​ອັນຕະລາຍ. ດ້ານ​ສຳນັກງານ ອຸຕຸນິຍົມ ​ວິທະຍາ​ ແຫ່ງ​ຊາດ ຂອງ ສ.ອາ​ເມ​ລະກາ ​ໄດ້​ອອກ​ປະກາດ​ ເຕືອນ​ໄພ​ນ້ຳ​ຖ້ວມ ທີ່​ເປັນ​ໄພ​ຂົ່ມຂູ່​ ຕໍ່​ຊີວິດ​ຂອງ​ປະຊາຊົນ ​ເມື່ອ​ລະດັບ​ນ້ຳ​ ຂອງ​ແມ່​ນ້ຳ ທິທາ​ບາ​ວາສະ​ຊີ (Thitabawassi River) ໄດ້ເພີ່ມຂຶ້ນ​ສູ່​ ລະດັບ​ສູງ​ສຸດ ​ໃນ​ປະຫວັດ​ສາດ. ຂະນະ​ທີ່ ປະທານ ​ຄະນະ​ກຳມະການ ບໍລິຫານ ​ຂອງ ​ມິດ​ແລນ ​ເປີດ​ເຜີຍ​ວ່າ: ຍັງ​ບໍ່​ມີ​ລາຍ​ງານ ​ມີຜູ້ບາດ​ເຈັບ. ​ແຕ່​ຢ່າງ​ໃດ​ກໍ່ຕາມ ອຸ​ທົກ​ກ​ະໄພຄັ້ງນີ້ ຖື​ເປັນ ຄວາມ​ທ້າ​ທາຍ​ ຄັ້ງສຳຄັນ ຂອງ​ ທາງ​ການ ທີ່​ພວມ​ຮັບ​ມື​ ກັບ ​ການລະບາດ ຂອງ​ ເຊື້ອ​ພະຍາດ ​ໂຄ​ວິດ-19 ອີກ​ດ້ວຍ.  ຜູ້ວ່າການລັດ ມິ​ຊິ​ແກນ ​ໄດ້​ຂໍ​ຄວາມ​ຊ່ວຍ​ເຫລືອ ຈາກ​ ລັດຖະບານ​ກາງ​ແລ້ວ. ສ່ວນ ທ່ານ ​ໂດ​ນັນ ທຣຳ ປະທານາທິບໍດີ ສ.ອາ​ເມ​ລິ​ກາ ມີ​ກຳນົດ ຈະ​ໄປ ​ຢ້ຽມຢາມ ​ໂຮງງານ​ຜະລິດລົດໃຫຍ່ ຍີ່ຫໍ້ ​ຟອດ ຢູ່​ລັດ​ມິ​ຊິ​ແກນ ​ໃນ​ມື້​ນີ້ ​ແລະ ​ໄດ້​ສົ່ງ​ໜ່ວຍ​ງານ ​ຈາກ​ສຳນັກ ​ຈັດການ ​ເຫດ​ສຸກ​ເສີນ​ກາງ (FEMA) ​ແລະ ​ກອງທັບ​ ໄປ​ຍັງ​ພື້ນ​ທີ່ ​ນ້ຳ​ຖ້ວມ​ແລ້ວ ​ເພື່ອ​ໃຫ້ການ​ຊ່ວຍ​ເຫລືອ​ ພ້ອມ​ທັງ​ ຫລຸດຜ່ອນ​ຄຳ​ສັ່ງ ​ໃຫ້​ຢູ່​ແຕ່​ໃນ​ເຮືອນ​ແລ້ວ.