ມື້ທີ່ລໍຄອຍ ສອງຜົວເມຍສຸດດີໃຈ ໄດ້ “ລູກສາວ”ຫລັງມີລູກຊາຍມາແລ້ວ 14ຄົນ

ສອງສາມີພັນລະຍາ ປະເທດສະຫະລັດອາເມລິກາ ສຸດດີໃຈ ມື້ນີ້ທີ່ລໍຄອຍໃນທີ່ສຸດກໍ່ໄດ້ “ລູກສາວ” ເປັນຫນື່ງໃນສະມາຊິກຂອງຄອບຄົວ ຫລັງຈາກມີລູກຊາຍມາແລ້ວ 14 ຄົນ

ຄາແທລີ ແລະ ເຈ ຊວັນ ສອງສາມີພັນລະຍາ ໄວ 45ປີ ທັງຄູ່ພົບຮັກກັນຕັງແຕ່ຊ່ວງມັດທະຍົມ ກ່ອນຈະຕັດສີນໃຈແຕ່ງງານກັນໃນປີ 1993 ເຊີ່ງພວກເຂົາຈະຈົບການສຶກສາໃນລະດັບມຫາວິທະຍາໄລ ພວກເຂົາກໍ່ມີພະຍານຮັກແລ້ວເຖີງ 3ຄົນ

ຕໍ່ຈາກນັ້ນພວກເຂົາກໍ່ມີສະມາຊິກໃນຄອບຄົວເພີ່ມຂື້ນເລື່ອຍໆ ຈົນພວກເຂົາມີລູກ 14ຄົນທັງຫມົດລ້ວນເປັນ”ເດັກຜູ້ຊາຍ”

ແລະ ເມື່ອຕົ້ນປີທີ່ຜ່ານມາ ຄາແທລີ ກໍ່ໄດ້ປະກາດອອກມາວ່າລາວຕັ້ງທ້ອງຄົນທີ່ 15 ແລະ ເດັກໃນທ້ອງຄົນນີ້ກໍ່ເປັນລູກສາວ ແລະ ລູກຂອງລາວເກີດໃນເດືອນພຶດສະພາ ທີ່ຜ່ານມາ ລາວມີຊື່ວ່າ”ແມັກກີ້ “ແລະ ລາວເປັນນ້ອງສາວຄົນທຳອິດຈາກອ້າຍທັງຫມົດ 14ຄົນ

ໃນທີ່ສຸດພວກເຮົາກໍ່ມີຄວາມສຸກກັບການມີລູກສາວຕົວນ້ອຍ ທີ່ຜ່ານມາພວກເຂົາບໍ່ຄິດເລີຍວ່າຈະໄດ້ລູກສາວ ພວກເຮົາດີໃຈແລະຕື່ນເຕັ້ນຫລາຍທີ່ມີແມັກກີ້ ເປັນສ່ວນຫນື່ງຂອງຄອບຄົວ ປີນີ້ເປັນປີທີ່ຫນ້າຈົດຈຳໃນຫລາຍໆເລື່ອງ ແຕ່ແມັກກີ້ຄືຂອງຂວັນທີ່ດີທີ່ສຸດ