ແຈ້ງເຕືອນພາຍຸເຂດຮ້ອນ ວາມກໍ (STS VAMCO) ແຕ່ໄລຍະວັນທີ 14 ຫາ 17 ພະຈິກ 2020

ພາຍຸໜູນເຂດຮ້ອນ ວາມກໍ (STS VAMCO) ຫົວທີ່ 22 ປະຈຳປີ 2020 ໃນເຂດດ້ານຕາເວັນຕົກຂອງມະຫາສະຫມຸດປາຊີຟິກຕອນເຫນືອ, ຊື່ງໃນເວລາ 07 ໂມງ 50 ນາທີ ຂອງວັນທີ່ 12 ພະຈິກ 2020 ມີຈຸດສູນກາງຢູ່ເສັ້ນຂະຫນານທີ່ 15.2 ອົງສາເຫນືອ ແລະ ເສັ້ນແວງທີ່ 119.7 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 30 ກິໂລແມັດຕໍ່ໍຊົ່ວໂມງ ແລະ ຄວາມໄວສູງສຸດຢູ່ໃກ້ຈຸດສູນກາງຂອງພະຍຸແມ່ນ 108 ກິໂລແມັດຕໍ່ຊົ່ວໂມງ.

ຄາດຄະເນວ່າ ພາຍຸຫົວນີ້ ຈະເຄື່ອນຂື້ນຝັ່ງທາງພາກກາງຂອງ ສສ ຫວຽດນາມ ໃນຕອນກາງຄືນຂອງວັນທີ່ 14 ພະຈິກ 2020 ແລະ ຈະສືບຕໍ່ເຄື່ອນທີ່ຜ່ານພາກກາງ ຫາ ພາກເຫນືອດ້ານຕາເວັນອອກຂອງ ສປປ ລາວ ໃນໄລຍະວັນທີ່ 15 ຫາ 16 ພະຈິກ 2020 ຊື່ງຈະເຮັດໃຫ້ມີຝົນຕົກໃນລະດັບ ປານກາງ ຫາ ຕົກຫນັກ ພ້ອມມີລົມພັດແຮງຢູ່ບັນດາແຂວງພາກກາງ ແລະ ພາກເຫນືອດ້ານຕາເວັນອອກ ໃນໄລຍະວັນທີ່ 14 ຫາ 17 ພະຈິກ 2020.

ດັ່ງນັ້ນ, ຈື່ງຂໍແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໃສຢູ່ບັນດາແຂວງ ເຊກອງ, ສາລະວັນ, ສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ, ໄຊສົມບູນ, ຊຽງຂວາງ, ຫົວພັນ ແລະ ຫຼວງພະບາງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກ ແລະ ລົມພັດແຮງ ພ້ອມນີ້ໃຫ້ກະກຽມເກັບມ້ຽນ ຜົນລະປຸກໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການແຈ້ງເຕືອນຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.