ຫວຽດນາມ-ຣັດເຊຍ ເພີ່ມວົງເງິນການຄ້າຂຶ້ນເປັນ 10 ຕື້ໂດລາສະຫະລັດ
ຕາມຂ່າວຈາກ ຫວຽດນາມ,ຫວຽດນາມ ແລະ ຣັດເຊຍ ຈະສືບຕໍ່ຍູ້ແຮງ ການຮ່ວມມື ກ່ຽວກັບ ດ້ານເສດຖະກິດ, ການປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ ແລະ ການພົວພັນ ດ້ານການຄ້າ ພ້ອມທັງ ຊຸກຍູ້ ເພີ່ມວົງເງິນການຄ້າ ຂຶ້ນເປັນ 10 ຕື້ໂດລາ ພາຍຫລັງ ທ່ານ ຫງວຽນ ຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ຄອນສແຕນຕິນ ນູໂກຟ(Konstantin Vnukov)ເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ຫວຽດນາມ

ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດ ສິ້ນສຸດ ອາຍຸການ ໃນວັນທີ 11ພະຈິກນີ້.ສຳລັບ ການຮ່ວມມື ດ້ານເສດຖະກິດ ລະຫວ່າງ ສອງປະເທດ ມີບັນດາບາດກ້າວ ພັດທະນາ ຢ່າງຕັ້ງໜ້າ ໃນໄລຍະຜ່ານມາ, ດ້ວຍວົງເງິນ ການຄ້າສອງສົ້ນ ເພີ່ມແຕ່ 2,5 ຕື້ໂດລາ ສະຫະລັດ ໃນປີ 2014 ຂຶ້ນເປັນ 4,5 ຕື້ໂດລາ ສະຫະລັດ ໃນປີ 2019 ແລະ ເພີ່ມການຮ່ວມມື ດ້ານອື່ນໆອີກ.ຮຽ