ຄະນະພະສົງທຸດົງຈາກສະຫວັນນະເຂດສູ່ຫຼວງພະບາງ ຮ່ວມໃສ່ບາດເອົາບຸນນຳເພິ່ນ

ຄະນະສົງ ວັດອຳພາພອນ ບ້ານວັງໂຄນຄຳ ເມືອງຊົນະບູລີ ແຂວງສະຫວັນະເຂດ ເຊິ່ງກ່ອນໜ້ານີ້ເຄີຍທຸດົງແຕ່ແຂວງສະຫວັນນະເຂດມາຍັງນະຄອນຫຼວງວຽງຈັນ ເພື່ອເຂົ້າຮ່ວມງານຊາປານະກິດຂອງ ພຣະມະຫາງອນດຳລົງບຸນ ຕອນນີ້ພວກເພິ່ນກຳລັງຈາຣິກທຸດົງ(ຍ່າງ)ໄປຍັງແຂວງຫຼວງພະບາງ ຖ້າຊາວພຸດທະສາສະໜາຮ່ວມໃສ່ບາດເພິ່ນລະຫວ່າງທາງຄົງເປັນບຸນໜັກແລ!

ຄະນະສົງນຳໂດຍ ພະອາຈານ ສົມຄວນ ທຳມະວົງສາ ພ້ອມສຳມະເນນອີກ 11 ອົງ ໄດ້ເລີ່ມອອກເດີນທາງແຕ່ວັນທີ 9 ພະຈິກ 2020 ນີ້ ຈາກວັດອຳພາພອນ ເຊິ່ງຕອນນີ້(ເຊົ້າວັນທີ 11 ພະຈິກ 2020) ຍັງຢູ່ເຂດເມືອງຈຳພອນແຂວງສະຫວັນະເຂດຢູ່.

ສຳລັບເສັ້ນທາງທີ່ຄະນະສົງຈະທຸລະດົງຜ່ານແມ່ນມີ ແຂວງສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ໄຊຍະບູລີ ແລະສິ້ນສຸດປາຍທາງທີ່ຫຼວງພະບາງ.

ການຍ່າງຈາຣິກທຸດົງ ຂອງຄະນະສົງຄັ້ງນີ້ແມ່ນເພື່ອ ບູຊາພະລັດຕະນະໄຕ ຄື ພະພຸດທະເຈົ້າ,ພະທຳມະເຈົ້າ,ພະສັງຄະເຈົ້າ,ບູຊາແຜ່ນດິນລາວທີ່ໄດ້ພັກພາອາໄສ.

ບຸນກຸສົນທີ່ເກີດຈາກການຍ່າງຈາຣິກທຸດົງໃນເທື່ອນີ້,ຂໍອຸທິດສ່ວນບຸນສ່ວນກຸສົນໃຫ້ແດ່ວີລະບຸລຸດ,ວິລະສະຕີໃນຜືນແຜ່ນດິນລາວ,ແລະສັບພະສັດທັງຫຼາຍໂດຍບໍ່ມີປະມານຈົ່ງມີສ່ວນແຫ່ງບຸນໃນເທື່ອນີ້ດ້ວຍໄດ້ພະນິບພານດ້ວຍກັນທຸກທ່ານດ້ວຍເຖີດ

ລັດປ່າລຸຍດົງສູ່ຈຸດໝາຍປາຍທາງທີ່ຫຼວງພະບາງ

ບາດລະຫວ່າງທາງ ສາທຸນຳເນີ້