ນັກຂຽນຍິງເຊື້ອສາຍລາວ ຄວ້າລາງວັນໃຫ່ຍໃນແຄນາດາ

ສຳນັກຂ່າວຮອຍເຕີລາຍງານ ເມື່ອວັນທີ່ 10 ພະຈິກ 2020 ວ່າ ຄະນະກຳມະການພິຈາລະນາ ແລະຕັດສິນລາງວັນວັນນະກຳ “Giller Prize 2020” ກ່າວວ່າ ລວມຊຸດເລື່ອງສັ້ນ How To Pronounce Knife ຊື່ງຕີພິມໂດຍສໍານັກພິມແມັຄຄລີແລນ ແອນ ສະຈ໊ວຕ ສາຂາຂອງເພນກວິນ ແຮນດັມ ເຮົາ ໃນແຄນາດາ ເປັນການບັນຍາຍປະສົບການຂອງຜູ້ອົບພະຍົບ ດ້ວຍພາສາທີ່ສວຍງາມຢ່າງຍິ່ງ

ລາງວັນກິວເລີ ໄພຣ ປະຈຳປິນີ້ ມີຜົນງານຂຽນສົ່ງເຂົ້າປະກວດ ຈາກທົ່ວແຄນາດາ 118 ເລື່ອງ ກ່ອນຈະຄັດເຫລືອ 5 ເລື່ອງສຸດທ້າຍ ແລະຜົນງານຂອງ ນາງ ສຸວັນຄຳໄດ້ຮັບການຕັດສິນໃຫ້ໃຫ້ເປັນຜູ້ພິສິດລາງວັນໃນທີ່ສຸດ ໂດຍລາວຈະໄດ້ຮັບລາງວັນເງີນສົດ ຈຳນວນ 100,000 ດອລລາແຄນາດາ (ປະມານ 700 ລ້ານກີບ ) ສ່ວນຜູ້ເຂົ້າຮອບສຸດທ້າຍອີກ 4 ຄົນ ຈະໄດ້ຮັບເງີນລາງວັນຄົນລະ 10,000 ດອລລາແຄນາດາ

ຂໍ້ມູນຈາກເວັບໄຊຣ 101.World ລະບຸວ່າພໍ່ແມ່ຂອງນາງ ສຸວັນຄຳ ທຳມະວົງສາເປັນຊາວ ສປປ ລາວ ຫນີສົງຄາມຫວຽດນາມ ລ່ອງແພໄມ້ໄຜ່ຂ້າມນ້ຳຂອງມາຢູ່ທີ່ສູນຜູ້ລີ້ໄພ ທີ່ແຂວງຫນອງຄາຍຂອງໄທ ຂະນະທີ່ລາວຍັງຢູ່ໃນທ້ອງແມ່ ແລະລາວເກີດພາຍໃນສູນ ເມື່ອປີ  1971 ແຕ່ລາວບໍ່ໄດ້ສັນຊາດໄທ ຕໍ່ມາຄອບຄົວຂອງລາວໄດ້ຮັບອຸປະຖຳຈາກຊາວແຄນາດາຈື່ງອົບພະຍົບປັກຫລັກເລີ່ມຊີວິດໃຫ່ມທີ່ເມືອງໂທຣອນໂຕ ໃນລັດອອນແທຣີໂອ ຈົນເຖິງປະຈຸບັນ