ທາງດ່ວນວຽງຈັນ-ວັນວຽງ ຄາດຈະເປີດໃຊ້ຕົ້ນປີ 2021 ຈາກທຶນສ້າງກວ່າ 1,3 ຕື້ໂດລາ

ທາງດ່ວນວຽງຈັນ-ວັນວຽງ ມີຄວາມຍາວ 109,12 ກິໂລແມັດ, ມູນຄ່າລົງທຶນ 1,3 ຕື້ໂດລາ, ການອອກແບບແມ່ນອີງຕາມມາດຕະຖານເຕັກນິກທາງດ່ວນຂອງ ສປ ຈີນ, ມີ 4 ຊ່ອງຈະລາຈອນ, ອຸໂມງ 1 ແຫ່ງ ຍາວ 875 ແມັດ, ຂົວ 45 ແຫ່ງຄວາມຍາວ 2.408 ແມັດ, ຄວາມໄວອອກແບບເບື້ອງຕົ້ນ 100 ກິໂລແມັດຕໍ່ຊົ່ວໂມງ (ໃຊ້ເວລາເດີນທາງພຽງແຕ່ໜື່ງຊົ່ວໂມງເທົ່ານັ້ນ ເພາະວ່າໄລຍະເສັ້ນທາງມີພຽງ 109 km

ເສັ້ນທາງທີ່ວ່ານີ້ແມ່ນກຸ່ມບໍລິສັດກໍ່ສ້າງ-ລົງທຶນ ແລະຖືຮຸ້ນຈຳກັດ ແຂວງຢູນນານ ສປຈີນ ໄດ້ວ່າຈ້າງບໍລິສັດທີ່ປຶກສາສິ່ງແວດລ້ອມລາວຈຳກັດດຳເນີນການຈັດຕັ້ງປະຕິບັດວຽກງານຊົດເຊີຍສິ່ງກີດຂວາງໃຫ້ຜູ້ທີ່ຖືກຜົນກະທົບຕາມແລວກໍ່ສ້າງທາງດ່ວນຮ່ວມກັບອົງ ການປົກຄອງແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ.

ມາຮອດປັດຈຸບັນແມ່ນມີຄວາມຄືບໜ້າຫຼາຍຢ່າງ, ເປັນຕົ້ນໄດ້ລົງທາບທາມເອົາຫົວໜ່ວຍລາຄາຊົດເຊີຍສິ່ງກີດຂວາງຕາມແລວກໍ່ສ້າງທາງດ່ວນທີ່ຜ່ານແຕ່ລະບ້ານລວມທັງໝົດ 65 ບ້ານ, ມີ 4 ເມືອງ ໃນນັ້ນ ແຂວງວຽງຈັນ ກວມເອົາ 3 ເມືອງ 40 ບ້ານ ແລະ ນະຄອນຫຼວງວຽງຈັນ 01 ເມືອງ 25 ບ້ານ; ພ້ອມນີ້ຍັງໄດ້ຄົ້ນຄວ້າກ່ຽວກັບລາຄາຫົວໜ່ວຍຕາມການທາບທາມ ຈາກປະຊາຊົນຜູ້ທີ່ຖືກຜົນກະທົບຮ່ວມ ກັບຄະນະກຳມະການໄກ່ເກ່ຍຂອງແຂວງ ແລະນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມຂັ້ນບ້ານກ່ຽວກັບການເຜີຍແຜ່ລາຄາຕາມການທາບທາມໃນປະເພດສິ່ງກີດຂວາງຕ່າງໆເປັນຕົ້ນທີ່ດິນ, ຜົນລະປູກ, ສິ່ງປຸກສ້າງ ແລະ ອື່ນໆເປັນທີ່ຮຽບຮ້ອຍແລ້ວ.ສຳລັບການເກັບກຳຂໍ້ມູນສິ່ງກີດຂວາງຕາມແລວກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ໄດ້ແບ່ງເປັນສອງເຂດຄືນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ, ຊຶ່ງນະຄອນຫຼວງວຽງຈັນກຳລັງດຳເນີນການປັກຫຼັກໝາຍ ຂອບເຂດແລວທາງ ແລະ ກະກຽມລົງວັດແທກຕົວຈິງ, ສຳລັບຢູ່ຊ່ວງບ້ານນາຊອນ, ໜອງຄັນຄູ ແລະ ບ້ານອີ່ໄລໃຕ້ ແມ່ນປະຕິບັດການຊົດເຊີຍແລ້ວ ເນື່ອງຈາກເປັນ ເຂດທີ່ຕ້ອງດຳເນີນການກໍ່ສ້າງກ່ອນ.

ສຳລັບແຂວງວຽງຈັນ ໄດ້ລົງເກັບກຳຂໍ້ມູນສິ່ງກີດຂວາງເລີ່ມແຕ່ວັນທີ 5 ມີນາ 2018 ຮອດປັດຈຸບັນ ໃນນັ້ນ ສາມາດເກັບກຳສິ່ງກີດຂວາງຕາມແລວທາງໄດ້ສຳເລັດແລ້ວ 2 ເມືອງຄື: ເມືອງວັງວຽງ ແລະໂພນໂຮງ, ສ່ວນເມືອງຫີນເຫີບແມ່ນສຳເລັດໄປແລ້ວສ່ວນໜຶ່ງ, ສະເພາະຢູ່ໃນເຂດຂົວຂ້າມນໍ້າລີກໄດ້ປະຕິບັດການຊົດເຊີຍແລ້ວ ເນື່ອງຈາກຕ້ອງການກໍ່ສ້າງ ຂົວຂ້າມນໍ້າລີກໃຫ້ສຳເລັດກ່ອນໂຄງການກໍ່ສ້າງເຂື່ອນໄຟຟ້າຈະອັດຕັນນໍ້າສູງຂຶ້ນ ຈະເຮັດໃຫ້ການກໍ່ສ້າງຂົວມີຄວາມຫຍຸ້ງຍາກ ແລະ ສິ້ນເປືອງຄ່າໃຊ້ຈ່າຍສູງຂຶ້ນຕື່ມ.ເສັ້ນທາງດ່ວນຄູ່ຂະໜານວຽງຈັນ-ວັງວຽງ ເມື່ອສ້າງສຳເລັດຈະເຮັດໃຫ້ການເດີນທາງດ້ວຍລົດຈາກນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ ແມ່ນເຫຼືອພຽງ 1 ຊົ່ວໂມງກັບ 50 ນາທີເທົ່ານັ້ນຈາກເດີມຕ້ອງໃຊ້ເວລາ 2 ຊົ່ວໂມງ 50 ນາທີ ຕາມແຜນແລ້ວໂຄງການນີ້ຈະສ້າງໃຫ້ສຳເລັດໃນ03 ປີເປົ້າໝາຍຄືປີ 2021 ໃຫ້ໄດ້ເປີດນຳໃຊ້ ເຊິ່ງໂຄງການກໍານົດຄວາມໄວບໍ່ເກີນ 160 ກິໂລແມັດ/ຊົ່ວໂມງ,

ສ່ວນການລົງທຶນ 1,3 ຕື້ໂດລາສະຫະລັດໂດຍແມ່ນບໍລິສັດ Yunnan Construction and Investment Holding Group (YCIH) ຖືຮຸ້ນ 95% ແລະ ລັດຖະບານລາວຖືຮຸ້ນ 5%.

ຂ່າວ: Target Laos