ລູກທໍລະພີ! ໃຊ້ກົນອຸບາຍຕົວະພໍ່ແມ່ໂອນເງິນໃຫ້ແລ້ວໄປທ່ຽວກັບແຟນ ພໍ່ຄິດໜັກຕ້ອງດັບຊີວິດຕົນເອງ

ນັບວ່າເປັນເລື່ອງສຸດສະເທືອນໃຈຫຼາຍເມື່ອລູກໃນໄສ້ກໍ່ເຫດສຸດບາບກໍາຕໍ່ພໍ່ແມ່ຕົວະໃຫ້ພວກເພິ່ນໂອນເງິນໃຫ້ຫຼາຍລ້ານຈົນຜູ້ເປັນພໍ່ຄິດຫຼາຍ ຕັດສິນໃຈດັບຊີວິດຕົນເອງ.

ເລື່ອງລາວທີ່ແອັດກໍາລັງຈະກ່າວເຖິງນີ້ ແມ່ນເກີດຂຶ້ນຢູ່ທີ່ປະເທດໄທແຕ່ແອັດຢາກຍົກຂຶ້ນມາເປັນເລື່ອງເຕືອນສະຕິໄວລຸ້ນທັງຫຼາຍກ່ອນຈະເຮັດຫຍັງລົງໄປໂດຍສະເພາະການສ້າງເລື່ອງຕົວະພໍ່ແມ່ນັ້ນຄວນຄິດໃຫ້ດີກ່ອນເພາະມັນເປັນສິ່ງທີ່ສ້າງບາບກໍາໃຫ້ກັບຕົນເອງ ແລະ ທີ່ສໍາຄັນມັນອາດເຮັດໃຫ້ຕົນເອງສູນເສຍບຸກຄົນສໍາຄັນໃນຄອບຄົວໄປຕະຫຼອດການດັ່ງໄວລຸ້ນໄທຄົນນີ້ກໍ່ເປັນໄດ້.

ໂດຍລາຍການເລື່ອງເລົ່າເຊົ້ານີ້ເຜີຍໃຫ້ຮູ້ວ່າ:ໄດ້ຮັບເລື່ອງຮ້ອງຮຽນຈາກແມ່ທ່ານໜຶ່ງຫຼັງຮັບຮູ້ວ່າລູກສາວຖືກໂຈນຈີ້ເອົາເງິນຢູ່ປໍ້ານໍ້າມັນແຫ່ງໜຶ່ງ, ດ້ວຍຄວາມເປັນຫ່ວງແມ່ຈຶ່ງໄດ້ໄປຖອນເງິນຈາກບັນຊີເພື່ອນໍາມາໃຫ້ລູກປາກົດວ່າບໍ່ພໍຄາວເກີດມີພິລຸດບາງຢ່າງຫຼັງລູກສາວກັບໄປທ່ຽວກັບແຟນຢ່າງສຸກສະບາຍ, ເຊິ່ງແມ່ເຮັດການໂອນເງິນໃຫ້ລູກຫຼາຍຄັ້ງລວມແລ້ວ 8ລ້ານບາດ.

ເຊິ່ງທາງຜູ້ເປັນພໍ່ເກີດຄວາມຄຽດ ຄິດຫຼາຍຈົນກໍ່ເຫດແຂວນຄໍດັບຊີວິດຕົນເອງເພື່ອໃຫ້ໄດ້ເງິນປະກັນໄພຊີວິດມາ6ແສນລູກສາວກໍ່ທໍາທ່າທີຂູ່ວ່າຈະຄິດສັ້ນ ແລະ ອ້າງວ່າໄປຕິດໜີ້ພະນັນບານທາງຜູ້ເປັນແມ່ຈຶ່ງໃຫ້ເງິນໄປອີກແຕ່ຍ້ອນພິລຸດຫຼາຍຢ່າງຜູ້ເປັນແມ່ກໍ່ໄດ້ໄປແຈ້ງຄວາມຈັບລູກສາວເອົາໄວ້ແລ້ວ.