ພະນັກງານໄອຍະການ ຈໍານວນໜຶ່ງຍັງມີການລະເມີດກົດໝາຍ ຂາດຈັນຍາບັນ ຈັນຍາທໍາ

ຕາມຂ່າວສານ ຂປລ ໃນວາລະດຳເນີນກອງປະຊຸມສະໄໝມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 5 ພະຈິກ 2020; ທ່ານນາງ ບົວຄຳ ທິບພະວົງ ປະທານກຳມະທິການຍຸຕິທຳ ສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ

ປະກອບຄຳເຫັນໃສ່ບົດລາຍງານກ່ຽວກັບການເຄື່ອນໄຫວວຽກງານປະຈຳປີ 2020 ແລະ ທິດທາງແຜນການຈຸດສຸມ ປີ 2021 ຂອງອົງການໄອຍະການປະຊາ ຊົນສູງສຸດ ແລະ ສານປະຊາຊົນສູງສຸດ ໂດຍໄດ້ສະເໜີ ໃຫ້ສອງອົງການດັ່ງກ່າວ ສືບຕໍ່ຈັດຕັ້ງປະຕິບັດ ບາງໜ້າວຽກທີ່ເປັນຂໍ້ຄົງຄ້າງ ແລະ ບໍ່ບັນລຸຕາມຄາດໝາຍ ທີ່ວາງໄວ້.

ໂດຍລວມແລ້ວຄະນະປະຈຳສະພາແຫ່ງຊາດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ, ຜົນສຳເລັດການເຄື່ອນໄຫວວຽກງານຂອງ ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດໃນໄລຍະຜ່ານມາ ແຕ່ຍັງມີບາງບັນຫາທີ່ເຫັນວ່າ ຍັງຈັດຕັ້ງປະຕິບັດບໍ່ທັນໄດ້ດີເທົ່າທີ່ຄວນ, ຊັກຊ້າ ແລະ ບໍ່ທັນບັນລຸຕາມເປົ້າໝາຍທີ່ວາງໄວ້ ເປັນຕົ້ນ ການປະຕິບັດສິດສັ່ງຟ້ອງຜູ້ຖືກຫາ ແລະ ການຖະແຫລງຄະດີຕໍ່ສານ ຂອງອົງການໄອຍະການປະຊາຊົນ

ແຕ່ລະຂັ້ນບໍ່ທັນບັນລຸຄາດໝາຍຕາມທີ່ໄດ້ກໍານົດໄວ້ 97% ຂອງແຜນການ ປີ 202, ການຕິດຕາມກວດກາ ການປະຕິບັດຄໍາຕັດສິນຂອງສານ ບໍ່ທັນເປັນປົກກະຕິ, ຕໍ່ເນື່ອງ, ຍັງບໍ່ທັນໄດ້ລົງເລິກ, ການເຂົ້າຮ່ວມຕິດຕາມກວດກາ ການຕັດສິນຄະດີ ໃນທີ່ປະຊຸມສານ ຂອງພະນັກງານໄອຍະການປະຊາຊົນ ຂັ້ນຕ່າງໆ ເມື່ອພົບເຫັນມີການລະເມີດກົດໝາຍ ກໍບໍ່ໄດ້ສະເໜີຄັດຄ້ານ.

ການຊັດມ້ຽນຄະດີຈໍານວນໜຶ່ງ ຍັງບໍ່ທັນຮັບປະກັນຄວາມຖືກຕ້ອງ ຕາມຕົວຈິງ ແລະ ສອດຄ່ອງຕາມກົດໝາຍ, ບາງກໍລະນີ ການກະທໍາ ຂອງຜູ້ຖືກຫາ ຄົບອົງປະກອບຂອງການກະທໍາຜິດທາງອາຍາ ຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 7 ຂອງ ກົດໝາຍອາຍາ ແຕ່ຖືກຊັດມ້ຽນຄະດີ, ກົງກັນຂ້າມບາງກໍລະນີ ຂາດອົງປະກອບຂອງການກະທໍາຜິດ ທາງອາຍາ ແຕ່ພັດສັ່ງຟ້ອງຜູ້ຖືກຫາຂຶ້ນສານຕັດສິນ ເປັນຕົ້ນ ຄະດີລະເມີດກົດຈາລະຈອນພາໃຫ້ເກີດອຸປະຕິເຫດ ແລະ ການສໍ້ໂກງຊັບ.

ການຕິດຕາມກວດກາ ການປະຕິບັດກົດໝາຍ ຂອງອົງການສືບສວນ-ສອບສວນ ໃນການນໍາໃຊ້ບັນດາມາດຕະການສະກັດກັ້ນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 136 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ປີ 2017 ຍັງເຫັນວ່າມີການລະເມີດກົດໝາຍ ຈໍານວນໜຶ່ງ ແຕ່ບໍ່ທັນໄດ້ມີວິທີການແກ້ໄຂ ຢ່າງເຂັ້ມງວດ;

ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ຈັນຍາບັນ, ຈັນຍາທໍາ ຂອງພະນັກງານໄອຍະການປະຊາຊົນ ຈໍານວນໜຶ່ງຍັງບໍ່ທັນສູງ ຍັງມີການລະເມີດກົດໝາຍ ແລະ ຖືກປະຕິບັດວິໄນ; ກົນໄກການປະສານສົມທົບ ລະຫວ່າງ ສູນກາງ ກັບ ທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ ຍັງບໍ່ທັນກົມກຽວເທົ່າທີ່ຄວນ ເຮັດໃຫ້ການແກ້ໄຂຄະດີ ຈໍານວນໜຶ່ງ ຍັງບໍ່ທັນມີຄວາມເປັນເອກະພາບ ແລະ ມີການກ້າວກ່າຍສິດ, ໜ້າທີ່ ເຊິ່ງກັນ ແລະ ກັນ.

ສຳລັບສານປະຊາຊົນສູງສຸດ ຄະນະປະຈຳສະພາແຫ່ງຊາດສະເໜີບາງຄຳເຫັນວ່າ: ການຄຸ້ມຄອງບໍລິຫານສານ ແລະ ການຄົ້ນຄວ້າແກ້ໄຂຄະດີທີ່ເຂົ້າມາສານ ແຕ່ລະຂັ້ນຍັງຊັກຊ້າ, ຄໍາຕັດສິນແລະ ຄໍາພິພາກສາ ຍັງມີຂໍ້ບົກຜ່ອງຈໍານວນໜຶ່ງ ເຊິ່ງເປັນສາເຫດພາໃຫ້ການດໍາເນີນຄະດີ ຂອງສານປະຊາຊົນ ແລະ ສານທະຫານ ປະຕິບັດໄດ້ພຽງແຕ່ 58,71%, ທຽບໃສ່ມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ແມ່ນບໍ່ບັນລຸໄດ້ຕາມຄາດໝາຍ ທີ່ໄດ້ກໍານົດໄວ້ 85%.

ສ່ວນການຕີລາຄາປະເມີນຜົນ ຜູ້ພິພາກສາດີ-ເກັ່ງ ບໍ່ທັນແທດເຖິງ, ບໍ່ທັນໄດ້ລົງເລິກຕີລາຄາການປະຕິບັດ ສິດ ແລະ ໜ້າທີ່ ຂອງຜູ້ພິພາກສາ ຕາມກົດໝາຍກໍານົດໄວ້, ຍັງມີຜູ້ພິພາກສາ ຈໍານວນໜຶ່ງ ຖືເບົາຕໍ່ຄວາມຮັບຜິດຊອບການເມືອງ, ຈັນຍາບັນ, ຈັນຍາທໍາ

ເຊິ່ງເປັນສາເຫດພາໃຫ້ການດໍາເນີນຄະດີ ບໍ່ຮອບດ້ານ, ພາວະວິໄສ, ຫລົບໄປ, ຫລົບມາຫລາຍຄັ້ງ, ມີການຮ້ອງຂໍຄວາມເປັນທໍາຫາຫລາຍພາກສ່ວນ; ໃນຂະນະທີ່ ການສ້າງ, ປັບປຸງ ກົດຫມາຍ ແລະ ນິຕິກໍາໃຕ້ກົດໝາຍ ຍັງບໍ່ທັນບັນລຸຕາມຄາດໝາຍ ເປັນຕົ້ນ ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ບໍ່ທັນສໍາເລັດຕາມແຜນການທີ່ວາງໄວ້.

ຂ່າວ: ທະນູທອງ ພາບ: ເກດສະໜາ