ມາອີກແລ້ວ! ຈົດຕົວເລກຄ່າໄຟຟ້າກາຍໄປ 840 ກວ່າກິໂລວັດໂມງ ຢູ່ບ້ານຫຼັກສອງ ເມືອງສາລະວັນ

ສະບາຍດີ ຂໍຈົ່ມນໍາແດ່

ບິນຄ່າໄຟເດືອນທີ5ມາຮອດແລ້ວ ເຫັນບິນເກືອບເປັນລົມ,ປົກະຕິແຕ່ລະເດືອນເຄີຍໄຊ້ບໍ່ຮອດ 300,000ກີບ ເຊັ່ນ:

  • ເດືອນ1/2020=178,164ກີບ
  • ເດືອນ2/2020=211,386ກີບ
  • ເດືອນ3/2020=205,330ກີບ
  • ເດືອນ4/2020=268,308ກີບ
  • 😭ເດືອນ5/2020=1,297,000ກີບ

ເລີຍໂທຖາມບໍລິສັດ ເພິ່ນຕອບວ່າ,ຖ້າຄ່າໄຟຜິດປົກກະຕິ (ຂຶ້ນສູງ) ໃຫ້ເຮັດໃບສະເໜີມາ ຊິແຕ່ງພະນັກງານລົງກວດກາ ແຕ່ຊວ່ງນີ້ໂຕເອງກະວຽກຫຼາຍແດ່ເລີຍບໍ່ໄດ້ຂຽນໜັງສືສະເໜີເຖິງເພິ່ນ,ເລີຍມາກວດກົງເຕີ ດວ້ຍຄວາມຂອ້ງໃຈຈິ່ງຮູ້ວ່າພະນະທ່ານພະນັກງານໄຟຟ້າເພິ່ນຈົດເກີນໄປ 842 ກິໂລວັດ

ເພາະເລກກົງເຕີປະຈຸບັນແມ່ນ 6103 (22/5/2020) ແຕ່ເພິ່ນຈົດໃນບິນ“ເລກຄັ້ງນີ້ 6945 ຄັນຊິໂທຫາເພິ່ນອີກກະຢ້ານຜິດລະບຽບ ເພາະເພິ່ນເຄີຍແນະນຳໃຫ້ຂຽນໜັງສືສະເໜີຫາເພິ່ນ.

ກົດໜາຍວ່າດ້ວຍການລະເມີດລະບຽບການຈຳໜ່າຍໄຟຟ້າ ຫຼືນ້ຳປະປາ