ສາວໂພສໄຫວ້ອາໄລສ່ຽວສຸດທີ່ຮັກຄັ້ງສຸດທ້າຍເຮົາຈະເປັນໝູ່ກັນຕະຫຼອດໄປ.

ວັນທີ 8/11/2020 ທີ່ນະຄອນຫຼວງວຽງຈັນ ຈາກເຟສບຸກ DL Dao Souphasith ໄດ້ໂພສວ່າ “Rip ໝູ່ສຸດທີ່ຮັກ ສູນສີ້ນທຸກຢ່າງບໍ່ມີແລ້ວໝູ່ທີ່ເຮັດທຸກຢ່າງຕາມໃຈທຸກຢ່າງມີເລື່ອງຍັງບໍ່ສະບາຍໃຈກາລົມໄດ້ທຸກເລື່ອງຊ່ວຍເຫຼື່ອທຸກເລື່ອງເຈົ້າເປັນຄົນສອນໃຫ້ເຂັມແຂງເຈົ້າມີເລື່ອງຍັງກາແຊັດມາຕະຫຼອດຂ້ອຍເປັນຄົນປອບໃຈທຸກຄັ້ງ

ສັນບໍ່ເປັນສັນຍາ ເຮົາສັນຍາກັນໄວ້ວ່າຖ້າຂ້ອຍຮອດປີສີ່ຊິໄປຫຼີ້ນບ້ານເຈົ້າເປັນຍັງຄືບໍ່ເຮັດຕາມສັນຍາເຈົ້າວ່າຄັນຖ້າໄປຊິພາໄປເລາະຊິເປັນໄກພາໄປຫຼີ້ນວັດພູ ເປັນຍັງຄືຈາກໄປໄວແທ້ ຂອບໃຈ 2 ປີທີ່ເຮົາເປັນໝູ່ກັນທີ່ຜ່ານມາຈະເຫຼືອໄວ້ຮູບພາບຂອງເຈົ້າໄປເປັນນາງຟ້າຢູ່ບົນຟ້າເດີສ່ຽວທີ່ຮັກ Khounme Borsaenkham”

ຂ່າວກ່ອນໜ້ານີ້ວັນທີ 8/11/2020 ເວລາ 00:37 ໂມງ. ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດໃຫ່ຍຕຳກັບລົດຈັກ. ຈຸດເກີດເຫດແມ່ນຫນ້າຮ້ານປີ້ງແບ້ສັງທອງ ເສັ້ນທາງຫນອງໄຮ-ດອນກອຍ ໜ່ວຍກູ້ໄພອອກກວດສອບເຫດພົບວ່າມີຄົນຜູ້ເສຍຊີວິດ 2 ຄົນ:

ຄົນທີ່ 1 ເພດຊາຍ ອາຍຸ 23 ປີ ອາຊີບນັກສຶກສາ ບ້ານຊຽງດາ[ຫໍພັກ] ເມືອງໄຊເຊດຖາ ແຂວງ ນະຄອນຫລວງວຽງຈັນ.

ອາການເບື້ອງຕົ້ນແມ່ນກະທົບຫົວ ຕີນຂວາແຕກມຸນ ມີບາດຈີກຢູ່ໃບຫນ້າ (ເສຍຊີວິດຄາທີ່). ຄົນທີ່ 2 ເພດຍິງ ອາຍຸ 24 ປີ ອາຊີບນັກສຶກສາ ບ້ານຊຽງດາ(ຫໍພັກ) ເມືອງໄຊເສດຖາ ແຂວງ ນະຄອນຫລວງວຽງວຽງຈັນ

ອາການເບື້ອງຕົ້ນ ແມ່ນ ກະທົບຫົວ ມີບາດຈີກໃຫ່ຍຢູ່ຫນ້າຜາກ(ເສຍຊີວິດຄາທີ່ ) ດັ່ງນັ້ນໜ່ວຍກູ້ໄພມູນນິທິ 1623 ຈຶ່ງໄດ້ນຳສົ່ງສົບໄປຝາກໄວ້ທີ່ໂຮງຫມໍມະໂຫສົດ ແລ້ວມອບໃຫ້ທາງຄອບຄົວແລະຍາດພີ່ນ້ອງເພື່ອເຮັດພິທີທາງສາສະຫນາ.

ທາງຫນ່ວຍກູ້ໄພມູນນິທິ 1623 ຕ້ອງຂໍສະແດງຄວາມເສຍໃຈກັບຄອບຄົວແລະຍາດພີ່ນ້ອງກັບການສູນເສຍຄັ້ງນີ້ດ້ວຍ.