ເປັນຫຍັງການແຕ່ງງານຊ່ວງອາຍຸ 28-32 ປີ ແມ່ນດີທີ່ສຸດ!
ການແຕ່ງງານອາຍຸ 28 ຫາ 32 ປີດີທີ່ສຸດ
ເຄີຍໄດ້ຍິນກັນ ວ່າຊ່ວງອາຍຸ 30 ປີ ເປັນຊ່ວງທີ່ເໝາະສົມຈະສ້າງຊີວິດຄູ່ທີ່ສຸດ ແຖມຍັງມີຜົນວິໄຈມາສະໜັບສະໜູນອີກດ້ວຍ

ເຮົາມາເບິ່ງກັນເລີຍວ່າຊ່ວງເວລານີ້
“ເປັນຫຍັງຕ້ອງເປັນເວລາທີ່ເໝາະທີ່ສຸດຂອງການເເຕ່ງງານ”
▪ນິກ ວູລ໌ຟຟິງເກອຣ໌ ນັກສັງຄົມວິທະຍາຈາກມະຫາວິທະຍາໄລ ຢູທາຫ໌ ສະຫາລັດອາເມລິກາ ພົບວ່າ ຊ່ວງອາຢຸທີ່ເໝາະສົມສຳລັບການເລີ່ມຕົ້ນຊີວິດຄູ່ແມ່ນ 28-32 ປີ ໂດຍຜູ່ວິໄຈນຳຂໍ້ມູນຈາກການສຳລວດ ຄອບຄົວຄົນອາເມລິກາ ມາວິເຄາະ ແລະ ເຫັນວ່າຄູ່ແຕ່ງງານທີ່ຢູ່ໃນຊ່ວງອາຍຸນີ້ມີອັດຕາການຢ່າຮ້າງຕ່ຳກວ່າຜູ້ທີ່ແຕ່ງງານໃນຊ່ວງອາຍຸອື່ນ ໂດຍສະເພາະໃນຊ່ວງ 5 ປີແຮກຫຼັງຈາກແຕ່ງງານມີອັດຕາການແຢກທາງນ້ອຍຫລາຍ

#ເຫດຜົນທີ່ຄວນແຕ່ງງານອາຍຸ 28 ເຖິງ 32 ປີ
- ເຂົ້າໃຈຄວາມຮູ້ສຶກທີ່ແທ້ຈິງ
▪ອາຍຸປະມານນີ້ໃຫຍ່ພໍທີ່ຈະຮູ້ເທົ່າທັນຄວາມຮູ້ສຶກຂອງໂຕເອງວ່າເຂົ້າກັບອີກຝ່າຍໜຶ່ງ ໄດ້ແທ້ຈິງຫລື ເປັນພຽງຄວາມຕ້ອງການຂອງຮໍໂມນ - ມີຄວາມຮັບຜິດຊອບຫຼາຍຂຶ້ນ
▪ຂ້ອຍ ຫຼື ເຈົ້າ ໄດ້ເລືອກເສັ້ນທາງຊີວິດທີ່ໂຕເອງຕ້ອງການແລ້ວ ແລະ ເລີ່ມມີຄວາມຮັບຜິດຊອບຕໍ່ເລື່ອງຕ່າງໆ ແລະ ມີຄວາມຫມັ້ນຄົງທາງການເງີນໃນລະດັບໜຶ່ງ - ປັບໂຕເຂົ້າຫາກັນໄດ້
▪ຍັງບໍ່ເຖົ້າເກີນໄປທີ່ຈະປັບໂຕ ປັບນິໄສ ການໃຊ້ຊີວິດປະຈຳວັນ ໃຫ້ເຂົ້າກັບອີກຝ່າຍໜຶ່ງ ຊຶ່ງເປັນສິ່ງທີ່ສຳຄັນໃນການໃຊ້ຊີວິດຄູ່
