ຂ່າວດ່ວນ! ເຫດເດັກນ້ອຍຈົມນ້ຳເສຍຊີວິດ2ຄົນ

ແຂວງ ສະຫວັນນະເຂດ ວັນທີ 07/11/2020 ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າມີເດັກນ້ອຍຈົມນ້ຳ ເຂດ ບ້ານ ດົງດຳດວນ ນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ

ໃນຈຸດຮັບແຈ້ງ ແມ່ນທາງທີມອາສາພວກເຮົາໄດ້ເກັບກຳຂໍ້ມູນວ່າ ມີເດັກນ້ອຍທີ່ລົງຫລີ້ນນ້ຳ ຢູ່ ບໍ່ສະຫນອງຫລັງໂຮງຮຽນແຫ່ງຫນື່ງ ທັງຫມົດລົງຫລີ່ນນ້ຳ4ຄົນ ຂື້ນມາໄດ້1ຄົນເປັນເພດຊາຍ ແລະ ອີກຄົນໄດ້ຂື້ນມາ ແລ້ວນຳສົ່ງໂຮງຫມໍ ສ່ວນອີກ2ຄົນ ເປັນເພດຍີງ ແລະ ຊາຍ ແມ່ນຈົ່ມນໍ້າບໍ່ເຫັນ ສະນັ້ນທາງອາສາພວກເຮົາຈື່ງໄດ້ປະຕິບັດການໃຊ້ເຄື່ອງດຳນ້ຳ ງົມຫາຜູ້ສູນຫາຍເປັນເວລາ 1ຊົ່ວໂມງ ຈົນພົບສົບຜູ້ເສຍຊີວິດືເປັນເພດຍີງແລະຊາຍ ຂໍສະແດງຄວາມເສຍໃຈນຳຍາດຕິພີ່ນ້ອງຂອງຜູ້ເສຍຊີວິດ ແລະ ຂໍໃຫ້ວີນຍານຜູ້ເສຍຊີວິດໄປສູ່ພົບພູມທີ່ດີ ສາທຸໆໆ

ອຸບັດຕິເຫດ, ເຈັບປ່ວຍແຈ້ງເຫດສຸກເສີນ
ສາຍດ່ວນ (041) 1629 , ໂທຟຮີທຸກເຄື່ອຂ່າຍ
ສາຍຕົງ : 020 28285454

.

ຮັບໃຊ້ຕະຫຼອດ 24 ຊົ່ວໂມງ :
ໜ່ວຍກູ້ໄພ ສະຫວັນນະເຂດ
Savannakhaet Rescue1629

.

.