ສປ ຈີນ ຈະສາມາດບັນລຸເປົ້າໝາຍການພັດທະນາປະເທດຕົນໃຫ້ກາຍເປັນສັງຄົມທີ່ມີລາຍຮັບປານກາງໃນທຸກດ້ານຕາມແຜນການທີ່ວາງໄວ້

ທ່ານ ສີ ຈິນຜິງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນກ່າວວ່າ: ສປ ຈີນ ຈະສາມາດບັນລຸເປົ້າໝາຍກໍ່ຄືການສ້າງສາພັດທະນາປະເທດຕົນໃຫ້ກາຍເປັນສັງຄົມທີ່ມີລາຍຮັບປານກາງໃນທຸກດ້ານຕາມແຜນການທີ່ວາງໄວ້.

ທ່ານໄດ້ກ່າວໃນຄຳປາໄສທີ່ໄດ້ອະທິບາຍກ່ຽວກັບຂໍ້ສະເໜີ, ຈຸດປະສົງ ແລະ ເປົ້າໝາຍຂອງຄະນະກຳມະການສູນກາງພັກ ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 14 ແລະ ເປົ້າໝາຍໄລຍະຍາວຮອດປີ 2035.

ການສ້າງສາພັດທະນາປະເທດໃຫ້ກາຍເປັນສັງຄົມທີ່ມີລາຍຮັບປານກາງເພື່ອຜົນປະໂຫຍດລວມຂອງປະຊາຊົນຫຼາຍກວ່າໜຶ່ງພັນລ້ານຄົນ ຍັງແມ່ນເປົ້າໝາຍຫລັກ ແລະ ຄວາມມຸ້ງໝັ້ນຂອງຄະນະບໍລິຫານງານສູນກາງພັກ.

ໃນປີ 2020, ລວມຍອດຜະລິດຕະພັນພາຍໃນຂອງ ສປ ຈີນ ຄາດວ່າຈະບັນລຸຫລາຍກວ່າ 100,000 ຕື້ຢວນ. ເງື່ອນໄຂຊີວິດການເປັນຢູ່ຂອງປະຊາຊົນຈະໄດ້ຮັບການປັບປຸງດີຂື້ນ, ປະຊາຊົນທຸກຍາກໃນເຂດຊົນນະບົດຈະຫລຸດພົ້ນຈາກຄວາມທຸກຍາກ ຕາມຂໍ້ກໍານົດ ເປົ້າໝາຍ ແລະ ມາດຕະຖານປະຈຸບັນ, ທີ່ໄດ້ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 13 ເພື່ອບັນລຸຕາມແຜນ ແລະ ເປົ້າໝາຍໃນການກໍ່ສ້າງສັງຄົມທີ່ມີລາຍຮັບປານກາງໃນທຸກໆດ້ານຈະບັນລຸຕາມແຜນການທີ່ວາງໄວ້.

ທ່ານຍັງກ່າວຕື່ມອີກວ່າ: ຄະນະກຳມະການສູນກາງພັກຈະດໍາເນີນການປະເມີນຜົນຢ່າງເປັນລະບົບ ແລະ ກວດກາການກໍ່ສ້າງສັງຄົມທີ່ມີລາຍຮັບປານກາງໃນທຸກໆດ້ານໃນໄລຍະທຳອິດຂອງປີ 2021 ກ່ອນການປະກາດຜົນສຳເລັດການຈັດຕັ້ງປະຕິບັດ ເຮັດໃຫ້ສັງຄົມມີຄວາມຈະເລີນຮຸ່ງເຮືອງແລະມີລາຍຮັບປານກາງໃຫ້ປະຊາຊົນຮັບຮູ້.

ແຫລ່ງຂ່າວ: Xinhua