ຈັບຍົກແກ້ງກຸ່ມມົ້ວສຸມ ແລະ ຂາຍຢານະລົກ

ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ສືບຮູ້ເປົ້າໝາຍ ຄ້າ-ຂາຍຢາເສບຕິດ ຈຶ່ງສົມ ທົບກັບເຈົ້າໜ້າທີ່ຕໍາຫຼວດ ກຸ່ມ 5 ວັງຊາຍ ເຂົ້າຈັບຕົວເປົ້າໝາຍຄ້າ-ຂາຍຢາເສບຕິດ ໄດ້ 3 ຄົນ ແລະ ຜູ້ມົ້ວສຸມຢາເສບຕິດອີກ 5 ຄົນ ຢູ່ບ້ານວັງຊາຍ ແລະ ບ້ານໜອງໜ່ຽງ ທີ່ນຳໃຊ້ເຮືອນຂອງຕົນເອງເປັນບ່ອນຂາຍ ແລະ ມົ້ວສຸມຢາເສບຕິດ ໃນລະຫວ່າງວັນທີ 19-20 ຕຸລາ 2020. ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດເມືອງ ໃຫ້ຮູ້ວ່າ: ຫຼັງຈາກສືບຮູ້ວ່າ ທ້າວ ຄໍາຕັນ ຫຼື ລັ່ງ ອາຍຸ 40 ປີ ຢູ່ບ້ານວັງຊາຍ ເມືອງໄຊເສດຖາ ເຄື່ອນໄຫວຄ້າ-ຂາຍຢາບ້າໃຫ້ກັບໄວລຸ້ນ ໂດຍໃຊ້ເຮືອນເປັນບ່ອນຄ້າ-ຂາຍ ແລະ ມົ້ວສຸມແບບເປີດແປນ ໂດຍບໍ່ເກງກົວຕໍ່ລະບຽບກົດ ໝາຍ; ດັ່ງນັ້ນ, ຈຶ່ງລົງສົມທົບກັບ ປກສ ກຸ່ມບ້ານ ເຂົ້າຈັບຕົວ

ພ້ອມທັງກວດຄົ້ນຫ້ອງພົບເຫັນຂອງກາງຢາບ້າ 356 ເມັດ ແລະ ປືນສັ້ນດັດແປງ 1 ກະບອກ ມາສອບສວນຂະຫຍາຍຜົນ; ຜ່ານການສອບສວນຜູ້ກ່ຽວໄດ້ຊັດທອດຫາຜູ້ຮ່ວມຂະບວນການຢູ່ບ້ານໜອງໜ່ຽງ ເມືອງໄຊເສດຖາ ແລະ ເຫັນວ່າເຮືອນຫຼັງດັ່ງກ່າວມີກຸ່ມໄວລຸ້ນມົ້ວສຸມຢາເສບຕິດແທ້ ຈຶ່ງໄດ້ເຂົ້າຈັບກຸມໄດ້ທັງໝົດ ຈໍານວນ 7 ຄົນ ຍິງ 1 ຄົນ; ໃນນັ້ນ, ມີເປົ້າໝາຍຄ້າ-ຂາຍຢາເສບຕິດ ຈໍານວນ 2 ຄົນ ຍິງ 1 ຄົນ, ຜ່ານການກວດຄົ້ນສະຖານທີ່ເຮືອນ ຫຼັງດັ່ງກ່າວພົບເຫັນຂອງກາງຢາບ້າ 1 ເມັດ ແລະ ອຸປະກອນການເສບຢາຈໍານວນໜຶ່ງ.

ຜ່ານການສືບສວນ-ສອບສວນ ເກັບກໍາຂໍ້ມູນຫຼັກຖານຕົວຈິງຂອງເຈົ້າໜ້າທີ່ ສາມາດຮູ້ໄດ້ເຖິງລາຍລະອຽດຄືດັ່ງນີ້: ຜູ້ຖືກຫາຊື່ ທ້າວ ລັ່ງ ໄດ້ເລີ່ມ ເສບຢາເສບຕິດມາເປັນເວລາດົນນານ ເສບຄັ້ງລະ 1-2 ເມັດ. ຕົກມາໃນຊ່ວງເດືອນມິຖຸນາ 2020, ຈຶ່ງໄດ້ເລີ່ມເຄື່ອນໄຫວຄ້າ-ຂາຍຢາເສບຕິດ (ຢາບ້າ) ວິທີການເຄື່ອນໄຫວເບື້ອງຕົ້ນແມ່ນໄດ້ຊື້ຢາບ້ານໍາຄົນຮູ້ຈັກຊື່ ນາງ ແວວ ຢູ່ບ້ານໜອງໜ່ຽງ ເມືອງໄຊເສດຖາ ຈໍານວນ 10 ເມັດ ແລ້ວເອົາໄປເສບ ແລະ ຂາຍຕໍ່ ໂດຍໃຊ້ເຮືອນຂອງຕົນເອງເປັນບ່ອນຂາຍ; ຕໍ່ມາ, ຈຶ່ງໄດ້ເຄື່ອນໄຫວຊື້ມາຂາຍຫຼາຍຂຶ້ນກວ່າເກົ່າເທື່ອລະ 1 ຖົງ ໂດຍໂທລະສັບຫາ ນາງ ແວວ ໃຫ້ເອົາມາສົ່ງໃຫ້ຢູ່ເຮືອນ ເມື່ອໄດ້ຢາບ້າມາແລ້ວທຸກຄັ້ງ ແມ່ນເອົາມາເສບ ແລະ ແບ່ງຂາຍໃຫ້ພວກໄວ ລຸ້ນທົ່ວໄປ. ຕໍ່ມາໃນວັນທີ 15 ຕຸລາ 2020, ທ້າວ ຄໍາຕັນ ໄດ້ຂໍເງິນນໍາເມຍຈໍານວນ 1.000.000 ກີບ ໂດຍບອກວ່າຈະເອົາໄປໃຊ້ວຽກ ແລະ ຈ້າງຄົນລົງກ່ຽວເຂົ້າ, ຫຼັງຈາກໄດ້ເງິນແລ້ວ ກໍໄດ້ໂທລະສັບສັ່ງຊື້ຢາບ້ານຳ ນາງ ແວວ ຈໍານວນ 1 ຖົງ. ພໍໄດ້ຢາບ້າມາແລ້ວກໍເອົາມາເສບ ແລະ ຂາຍຕໍ່ໃຫ້ພວກໄວລຸ້ນ ຍັງເຫຼືອຢາບ້າ ຈໍານວນ 159 ເມັດ. ຕໍ່ມາ, ນາງ ແວວ ໄດ້ໂທລະສັບຖາມຂາຍຢາບ້າໃຫ້ອີກ 1 ຖົງ ຜູ້ກ່ຽວຈຶ່ງຕົກລົງຊື້ ພາຍຫຼັງໄດ້ຢາມາຈຶ່ງເອົາມາເສບເອງ ຈໍານວນ 3 ເມັດ ຍັງເຫຼືອຢາບ້າ ຈໍານວນ 197 ເມັດ ແລ້ວເອົາຊຸກເຊື່ອງໄວ້ໃນຫ້ອງນອນກັບຢາທີ່ເຫຼືອ. ຈົນມາຮອດວັນທີ 19 ຕຸລາ 2020, ຈຶ່ງຖືກເຈົ້າໜ້າທີ່ເຂົ້າຈັບຕົວ ພ້ອມກວດຄົ້ນຫ້ອງນອນພົບເຫັນຂອງກາງຢາບ້າ ຈໍານວນ 356 ເມັດ ແລະ ປືນສັ້ນດັດແປງ 1 ກະບອກ.

ສ່ວນເປົ້າໝາຍຄ້າ-ຂາຍຢາເສບຕິດອີກ 2 ຄົນຊື່ ທ້າວ ຄະນັ້ນຈິດ ຫຼື ບີ ແລະ ນາງ ລົດຈະນາ ທັງ 2 ເປັນຜົວ-ເມຍກັນ ໂດຍອາໃສຢູ່ເຮືອນເອື້ອຍຊື່ ນາງ ແວວຢູ່ບ້ານໜອງໜ່ຽງ ແລະ ມີການພົວພັນເຄື່ອນໄຫວຄ້າ-ຂາຍຢາເສບຕິດ; ທຸກມື້ຈະມີພວກໄວລຸ້ນທຽວເຂົ້າມາຊື້ຢາບ້ານຳ ນາງ ແວວ ແລ້ວເສບຢູ່ໃນເຮືອນເລີຍ; ເຊິ່ງພວກກ່ຽວທັງ 2 ຄົນ ແມ່ນເປັນຜູ້ເບິ່ງລູກຊ່ວຍ ນາງ ແວວ ໂດຍໄດ້ຢາບ້າເປັນຄ່າຕອບແທນເພື່ອເສບ; ຫຼັງຈາກນັ້ນ, ມາໃນຊ່ວງເດືອນມິຖຸນາ 2020, ຈຶ່ງໄດ້ຮັບເອົາຢາບ້ານຳ ນາງ ແວວ ມາຂາຍຕໍ່ໃນເວລາທີ່ຜູ່ກ່ຽວບໍ່ຢູ່ພໍໄດ້ເງິນໃຊ້ຈ່າຍ ແລະ ເຕີມເຊີຫຼິ້ນເກມ. ຄັ້ງທໍາອິດ, ທີ່ຮັບເອົາແມ່ນຈໍານວນ 30 ເມັດ ແລ້ວກໍເອົາມາຂາຍໃຫ້ໄວ້ລຸ້ນທີ່ທຽວມາເຮືອນ; ຫຼັງຈາກເຫັນວ່າໄດ້ເງິນດີ ຈຶ່ງຮັບເອົາຢາບ້ານຳ ນາງ ແວວ ມາຂາຍອີກຈໍານວນຫຼາຍຄັ້ງ, ຈົນມາຮອດວັນທີ 20ຕຸລາ 2020, ຈຶ່ງຖືກເຈົ້າໜ້າທີ່ຕໍາຫຼວດເຂົ້າຈັບຕົວ ພ້ອມກັບຜູ້ມົ້ວສຸມເສບຢາອີກ ຈໍານວນ 5 ຄົນ ແລະ ຢຶດຂອງກາງຢາບ້າໄດ້ 1 ເມັດ ພ້ອມອຸປະກອນການເສບຢາ ຈໍານວນໜຶ່ງ.

ເຈົ້າໜ້າທີ່ໃຫ້ຮູ້ຕື່ມອີກວ່າ: ຜູ້ຖືກຫາ ຈໍານວນ 3 ຄົນ ແມ່ນມີການເຄື່ອນໄຫວກະທໍາຜິດໂດຍເຈດຕະນາແທ້, ເຊິ່ງສະແດງອອກໃນການຮັບຊື້ເອົາຢາບ້າຈາກ ນາງ ແວວ ເພື່ອມາຂາຍຕໍ່ໃຫ້ພວກໄວລຸ້ນ ແລະ ຍັງອຳນວຍຄວາມສະດວກ ໂດຍເອົາສະຖານທີ່ເຮືອນຂອງຕົນ ເປັນບ່ອນມົ້ວສຸມ ແລະ ຄ້າຂາຍຢາເສບຕິດ; ຕໍ່ກັບພືດຕິກໍາດັ່ງກ່າວແມ່ນເປັນ ການກະທໍາທີ່ແຕະຕ້ອງເຖິງຄວາມບໍ່ ເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບສຸກ ເປັນການກະທຳຜິດຕໍ່ປະມວນກົດໝາຍອາຍາ ມາດຕາ 315 ການຄ້າຂາຍ ຢາເສບຕິດ (ຢາບ້າ).

ກ່ຽວກັບຜູ້ມົ້ວສຸມເສບຢາເສບຕິດ ໂດຍອີງໃສ່ຂໍ້ ມູນຫຼັກຖານຕ່າງໆແລ້ວ ເຫັນວ່າພວກກ່ຽວແມ່ນຕົກເປັນຜູ້ຖືກເຄາະຮ້າຍທີ່ຕິດຢາເສບຕິດມາເປັນເວລາດົນນານ. ແຕ່ບໍ່ມີສ່ວນພົວພັນໃນການເຄື່ອນ ໄຫວກໍ່ການກະທໍາຜິດຂຶ້ນຢູ່ໃນສັງຄົມ ຈຶ່ງສົ່ງຄືນຜູ້ປົກຄອງ ເພື່ອສົ່ງເຂົ້າໄປປິ້ນປົວຢູ່ສູນບໍາບັດຢາເສບ ຕິດໃຫ້ກັບຄືນເປັນຄົນດີຂອງສັງຄົມ.