ເປີດໃຈຍິງຜູ້ທີ່ຜ່ານ”ການແຕ່ງດອງ”ມາແລ້ວ 10ເທື່ອ ແລະຍັງບໍ່ພໍຈົນກວ່າຈະພົບຮັກແທ້.

ນີ້ຄືເລື່ອງລາວຂອງຜູ້ຍິງທີ່ຜ່ານການແຕ່ງດອງມາແລ້ວ 10ເທື່ອ ແຕ່ກໍ່ຍັງບໍ່ພົບຄົນທີ່ຖືກໃຈແລະນາງກໍ່ຍັງບໍ່ຍອມເລີກຫວັງທີ່ຈະພົບຮັກແທ້.

Cassey ເປັນນັກທຸລະກິດໄວ 56ປີ ຈາກປະເທດສະຫະລັດອາເມຣິກາ ທີ່ໄປອອກລາຍການ Dr.Phil ທີ່ໃຫ້ຄຳແນະນຳກ່ຽວກັບທຸກເລື່ອງ ນາງເລົ່າວ່ານາງຜ່ານຊີວິດການແຕ່ງດອງມາແລ້ວ10ເທື່ອ ແລະທັງໝົດລ້ວນແລ້ວແຕ່ຈົບດ້ວຍການປະຮ້າງໝົດ ແຕ່ ນາງຍັງບໍ່ໝົດຫວັງແລະພະຍາຍາມທີ່ຈະຕາມຫາເນື້ອຄູ່ຕໍ່ໄປຈົນກວ່າຈະພົບຄົນທີ່ພ້ອມຈະຮັກແລະຢູ່ກັບນາງໄປຕະຫຼອດຊີວິດ.

“ເວລາທີ່ຂ້ອງແຕ່ງດອງທຸກເທື່ອຂ້ອຍຈະມ່ວນແລະມີຄວາມສຸກແຕ່ພົບຈຸດທີ່ຄິດວ່າບໍ່ແມ່ນແລ້ວ ຂ້ອຍກໍ່ເລືອກທີ່ຈະບໍ່ທົນ ແລະ ເປັນຄົນບອກກັບສາມີເກົ່າເກືອບທຸກຄົນວ່າ ພໍແລ້ວ ຂ້ອຍຈະຮ້າງ ຈາກນັ້ນຂ້ອຍກໍ່ພໍເລີຍ” Cassey ໄດ້ກ່າວ.Cassey ເລົ່າໃຫ້ຟັງຕໍ່ວ່າສາມີທີ່ແຕ່ງດອງຢູ່ນຳກັນດົນທີ່ສຸດກໍ່ຄື 8ປີ ແລະເປັນການແຕ່ງດອງຄັ້ງທຳອິດຂອງນາງ ແລະ ເທື່ອທີ່ສອງແມ່ນ 7ປີ ໃນເທື່ອທີ່ສອງນີ້ມີລູກຊາຍນຳກັນ 1ຄົນ ແຕ່ແລ້ວຊີວິດການແຕ່ງດອງກໍ່ຈົບລົງເພາະສາມີຂອງນາງເລີ່ມບໍ່ຫວານຄືເກົ່າ.

ແຕ່ນາງບໍ່ໃຫ້ຂໍ້ມູນຕໍ່ວ່າສາມີຄົນທີ່ 3ຮອດ10 ນັ້ນເປັນແນວໃດ ແຕ່ນາງບອກວ່ານາງຜ່ານການແຕ່ງດອງກັບຜູ້ຊາຍມາແລ້ວຫຼາຍແບບ ຫຼາຍອາຊີບ ທັງນັກດົນຕີ ນັກເຜີຍແຜ່ສາດສະໜາ ຫຼື ແມ່ນແຕ່ຮັກໃນໄວຮຽນແຕ່ຍັງບໍ່ພົບຄົນທີ່ແມ່ນແລະຖືກໃຈຈັກເທື່ອ.

Cassey ກ່າວລົງທ້າຍອີກວ່າ “ຂ້ອຍບໍ່ແຄຣ໌ດອກວ່າຈະຕ້ອງແຕ່ງງານອີກຈັກເທື່ອ ແຕ່ຂ້ອຍກໍ່ຈະພະຍາຍາມຈົນກວ່າຈະພົບຄົນທີ່ແມ່ນສຳລັບຂ້ອຍ”