ດ່ວນ! ນັກສຶກສາລາວ ທີ່ມີຈຸດປະສົງກັບໄປສຶກສາຕໍ່ທີ່ຫວຽດນາມ ໃຫ້ແຈ້ງຊື່ຕໍ່ພະແນກສຶກສາແຂວງ ເພື່ອຂໍອະນຸຍາດເດີນທາງ

ພະແນກ ສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ໄດ້ແຈ້ງການເຖິງ ນັກສຶກສາແຂວງອຸດົມໄຊ ທີ່ສຶກສາຢູ່ ປະເທດຫວຽດນາມ ເລື່ອງ ໃຫ້ສະເໜີຕົວຢູ່ພະແນກສຶກສາທິການ ແລະ ກິລາ ແຂວງ ເພື່ອເກັບກຳລາຍຊື່ ແລ້ວສັງລວມໃຫ້ກະຊວງສຶກສາ ແລະ ກິລາ ນໍາໄປສະເໜີຕໍ່ກະຊວງການຕ່າງປະເທດ ເພື່ອຂໍອະນຸຍາດເດີນທາງກັບໄປສຶກສາຕໍ່

ໃນວັນທີ 18 ພຶດສະພາ 2020, ພະແນກສຶກສາທິການ ແລະ ກິລາ ແຂວງ ອຸດົມໄຊ ໄດ້ແຈ້ງການເລກທີ 810/ສກຂ ໂດຍມີເນື້ອໃນນີ້: ຫົວໜ້າພະແນກສຶກສາທິການ ແລະ ກິລາ ຂໍແຈ້ງມາຍັງນັກສຶກສາແຂວງອຸດົມໄຊ ທີ່ສຶກສາຢູ່ສະຖາບັນການສຶກສາຕ່າງໆໃນ ສສ ຫວຽດນາມ ໃຫ້ແຈ້ງລາຍຊື່ ແລະ ນາມສະກຸນ ວັນເດືອນປີເກີດ ແຂວງທີ່ຮຽນ ແລະ ເບີໂທ, ຜ່ານທາງ WhatsApp 02058549932, 020 55592868, 020 58344569 ໂດຍກຳນົດແຈ້ງລາຍຊື່ ແມ່ນບໍ່ໃຫ້ກາຍ 19-22 ພຶດສະພາ 2020