ແມ່ໝົດຫົນທາງສິສູ້ແລ້ວ ບໍ່ມີເງິນປົວລູກ ວອນຜູ້ໃຈບຸນຊ່ວຍຫຼານນ້ອຍດ້ວຍ.

ຈາກຜູ້ໃຊ້ ເຟສບຸກຊື່ Muay Sanaya Vks ໄດ້ໂພສໃນວັນທີ 31/10/2020 ວ່າ:

ແມ່ຫມົດຫົນທາງສິສູ້ແລ້ວ ບໍ່ມີເງິນປົວລູກ ເພາະປົວເທື່ອແລ້ວນິ້ກະຫມົດ9ລ້ານໄປຢືມເພິ່ນມາອີກ ສູ້ບໍ່ໄດ້ກະສິເອົາລູກເມື່ອບ້ານ😭 ລູກມາວິນ ອາຍຸ1ເດຶອນລູກຂອງແມ່ນິ້ມ ຢູ່ບ້ານນາຄຳເມືອງທ່າພະບາດແຂວງບໍລິຄຳໄຊ ເປັນໂລກຫົວໃຈຜິ່ວຫມົດສອງເບື້ອງມາຕື່ມເປັນປອດອີກ

ຕອນນີ້ຢູ່icuເດັກແຕ່ວັນພຸດ ຄອບຄົວທຸກຍາກຈົນຈຳໃຈສິໄດ້ເອົາລູກກັບ ມີນ້ອງບົວຄຳສົ່ງຫາຫມວຍທັງໄຫ້ທັງລົມວ່າ ຊ່ວຍລາວແດ່ເອື້ອຍຫມວຍເອີ້ຍ ຫມວຍກະມາຕາມຄຳຂໍ ເຫັນແລ້ວຫມວຍຈຸກ ນ້ຳຕາໄຫລ ອີ່ຕົນໃຈຈະຂາດ

ເບື້ອງຕົ້ນຫມວຍກັບເອື້ອຍນ້ອຍChanseng Em Noy ເອົາເງິນໄວ້ໃຫ້ຈ່າຍຄ່າຫ້ອງແລະຢາ 2.000.000ກີບ ເພາະຄ່າໃຊ້ຈ່າຍແພງຫລາຍຕົກມື້ລະ5ແສນກີບ ຫມວຍຂໍແດ່ຖ້ອນທ່ານຜູ້ໃຈບຸນທັ້ງຫລາຍ ຊ່ວຍຕໍ່ລົມຫາຍໃຈໃຫ້ລູກມາວິນແດ່😭 🙏🏻 ທັ້ງແມ່ເຖົ້າພໍ່ແມ່ ມາຂໍຝາກຄວາມຫວັງລູກໄວ້ ເພາະບໍ່ມີເງິນປົວລູກ ແມ້ແຕ່ສິໄປຊື້ເຂົ້າກິນກະຍັງບໍ່ຊື້ເອົາເງິນໄວ້ມາປົວລູກ🥺

ຂໍຕໍ່ລົມຫາຍໃຈໃຫ້ນ້ອງມາວິນ ສິສູ້ສຸດຄວາມສາມາດ ທຸກທ່ານໂອນເຂົ້າບັນຊີແມ່ນິ້ມໄດ້ເລີຍເດີ້ ພາໄປເປີດບັນຊີມາແລ້ວ🙏🏻

.