ສ່ຽວອອກກຳລັງກາຍນຳກັນທຸກມື້ ຍັງຖືກສ່ຽວຊຸກຕົກອ່າງເກັບນ້ຳໃນຂະນະກົ້ມມັດສາຍເກີບ ຈົມນ້ຳເສຍຊີວິດ

ເຫດການທີ່ໜ້າໂສກເສົ້າເກີດຂຶ້ນໃນປະເທດຈີນ ເມື່ອມີຜູ້ຍິງຄົນໜຶ່ງກຳລັງກົ້ມລົງເພື່ອມັດສາຍເກີບ ແຕ່ແລ້ວໝູ່ຄົນໜຶ່ງຊຸກລາວໃຫ້ຕົກລົງໄປໃນອ່າງເກັບນ້ຳທີ່ຢູ່ໃກ້ໆແຕ່ລາວກໍ່ໄດ້ດຶງໝູ່ທີ່ຊຸກລາວຕົກລົງອ່າງເກັບນ້ຳໄປພ້ອມກັນ ຈົນເປັນເຫດສະຫຼົດທີ່ເກີດຂຶ້ນກັບທັງສອງຄົນນຳໄປສູ່ການຈົມນ້ຳເສຍຊີວິດອັນເນື່ອງຈາກພະຍາຍາມດິ້ນຮົນເອົາຊີວິດລອດຈາກການຈົມນ້ຳທັງຄູ່.

ເຫດການດັ່ງກ່າວໄດ້ຖືກບັນທຶກເອົາໄວ້ໄດ້ທັງໝົດຈາກກ້ອງວົງຈອນປິດບໍລິເວນອ່າງເກັບນ້ຳວູຈຽງຊານ ປະເທດຈີນຊ່ວງປະມານຕອນທ່ຽງໃນວັນທີ່ 21ຕຸລາ.
ຈາກການຖະແຫຼ່ງການຂອງເຈົ້າໜ້າທີ່ຕຳຫຼວດລະບຸວ່າ ຍິງທີ່ຊຸກໝູ່ໃຫ້ຕົກນັ້ນອາຍຸໄດ້ 43ປີ ແຊ່ສີ່ ນາງເປັນບຸກຄົນທີ່ມີອາການຊຶມເສົ້າ ສ່ວນໝູ່ທີ່ຖືກຊຸກນັ້ນອາຍຸ 47ປີ ແຊ່ຫຼິວ ເຊິ່ງທັງສອງເປັນສ່ຽວກັນທີ່ມັກມາຍ່າງຫຼິ້ນອອກກຳລັງກາຍນຳກັນເປັນປະຈຳ.

ເຈົ້າໜ້າທີ່ພົບຮ່າງຂອງທັງຄູ່ທັນທີຫຼັງຈາກໄດ້ຮັບແຈ້ງເຫດແລະເດີນທາງມາຈຸດເກີດເຫດ ທັງນີ້ຂະບວນການສືບສວນຍັງດຳເນີນການຕໍ່ໄປ ເພື່ອຫາສາເຫດແຮງຈູງໃຈຂອງເຫດການທີ່ເກີດຂຶ້ນ.