ໃຈແຂງສຸດໆ..!! ຜົວບໍ່ຍອມເວົ້ານຳເມຍເປັນເວລາ 20 ກວ່າປີ ເຫດຜົນເພາະຄຽດໃຫ້ ເມຍເວົ້າບໍ່ເຂົ້າຫູ

ເອີ້ນໄດ້ວ່າເປັນລຸງທີ່ໃຈແຂງສຸດໆ ບໍ່ຍອມປາກກັບເມຍຕົນເອງ20ກວ່າປີ ຈົນລູກໆຕ້ອງໃຫ້ລາຍການທາງໂທລະທັດຊ່ວຍ
Dailymail ລາຍງານວ່າ ຊາຍຊາວຍີ່ປຸ່ນ ຊື່ວ່າ ໂອໂຕະ ຄາຕະຍາມະ ໝຸ່ມສູງໄວທ່ານໜຶ່ງ ທີ່ບໍ່ໄດ້ລົມກັບ ຍູມິຊັງ ເມຍຂອງລາວເປັນເວລາ 20ປີແລ້ວ ແຕ່ກໍ່ຍັງຢູ່ເຮືອນຫຼັງດຽວກັນ ເຖິງແມ່ນວ່າເມຍຂອງລາວຈະພະຍາຍາມລົມກັບລາວມາຕະຫຼອດ ແຕ່ກໍ່ບໍ່ໄດ້ຜົນ.

ແມ່ປ້າເອງໄດ້ພະຍາຍາມຊວນລຸງລົມ ສິ່ງທີ່ໄດ້ຕອບກັບມາຄືການງຶກຫົວຫຼືແກວ່ງຫົວ ແລະ ບໍ່ມີຈັກຄຳອອກຈາກປາກລຸງເລີຍ ແລະ ລູກຂອງພວກເຂົາກໍ່ບໍ່ເຄີຍໄດ້ຍິນສຽງພໍ່ປາກກັບແມ່ຈັກຄຳຕັ້ງແຕ່ເກີດມາ.

ເລື່ອງນີ້ເຮັດໃຫ້ ໂຍຊິກິ ລູກຊາຍໄວ 18ປີ ຕິດຕໍ່ກັບລາຍການໂທລະທັດລາຍການໜຶ່ງ ເພື່ອໃຫ້ທາງລາຍການຊ່ວຍຈົນກະທັງລຸງ ໂອໂຕະ ກັບມາເວົ້າກັບເມຍອີກເທື່ອໜຶ່ງໂດຍປະໂຫຍກທຳອິດທີ່ເວົ້າຄື“ມັນກໍ່ເປັນເວລາດົນນານແລ້ວເນາະ ນັບຕັ້ງແຕ່ທີ່ເຮົາລົມກັນເທື່ອສຸດທ້າຍ ເຈົ້າກໍ່ມົວແຕ່ຫ່ວງລູກໆ ເຈົ້າເອງໄດ້ທົນກັບຊ່ວງເວລາທີ່ຍາກລຳບາກມາດົນນານ

ຂ້ອຍເອງກໍ່ຢາກໃຫ້ເຈົ້າຮູ້ວ່າ ຂ້ອຍຊຶ້ງໃຈກັບທຸກໆຢ່າງທີ່ເຈົ້າໄດ້ພະຍາຍາມເຮັດແລະເບິ່ງແຍງລູກໆແລະຂ້ອຍໄດ້ດີຫຼາຍ ຂ້ອຍຄ່ອນຂ້າງອິດສາເຈົ້າທີ່ລູກໆຮັກເຈົ້າຫຼາຍກວ່າ ຂ້ອຍເລີຍຄຽດເລີຍບໍ່ຢາກປາກບໍາຢາກລົມ ຂ້ອຍຢາກບອກວ່າຫຼັງຈາກນີ້ຢາກໃຫ້ເຮົາກັບມາລົມກັນອີກຄັ້ງໜຶ່ງ”

ທັງນີ້ພາບອີກດ້ານໜຶ່ງທີ່ລູກຊາຍແລະລູກສາວກັບທີມງານໄດ້ພາກັນລຸ້ນຢູ່ວ່າລຸງຈະລົມກັບປ້າຫຼືບໍ ແລະ ສຸດທ້າຍກໍ່ໄດ້ຍິນສຽງລຸງເຮັດໃຫ້ລູກໆຂອງລຸງປ້ານ້ຳຕາໄຫຼເລີຍ ທຸກຄົນຮັບຮູ້ເຖິງຄວາມຮູ້ສຶກແລະຄວາມຮັກຂອງລຸງກັບປ້າ.