ທ່ານຄິດວ່າ ແມ່ນຫຍັງແມ່ນປັດໃຈໃຫ້ປະລະການຮຽນ ຢູ່ ສປປ ລາວ

ທ່ານ ພຸດ ສິມມາລາວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 28 ຕຸລາຜ່ານມາໃຫ້ຮູ້ວ່າ: ການປັບປຸງແຜນພັດທະນາວຽກງານການສຶກສາ ແລະ ການປະຕິບັດຄາດໝາຍທີ່ບໍ່ບັນລຸ ຊຶ່ງຕິດພັນກັບຄຸນນະພາບການສຶກສາ.

ໃນນັ້ນ ມີ 2 ຄາດໝາຍທີ່ມີທ່າອ່ຽງທົດຖອຍຄື: ອັດຕາການປະລະການຮຽນໃນຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ, ເນື່ອງຈາກການບໍລິຫານການສຶກສາຕັ້ງແຕ່ສູນກາງລົງຮອດທ້ອງຖິ່ນຍັງບໍ່ຮັດກຸມ, ຄຸນນະພາບ ແລະ ການຈັດການຮຽນ-ການສອນຂອງຄູອາຈານບໍ່ໄດ້ມາດຕະຖານ, ຄວາມສາມາດໃນການຈັດການຮຽນ-ການສອນ, ການດຶງດູດໃຫ້ນັກຮຽນມາຮຽນ ຈຳນວນໜຶ່ງບໍ່ທັນໄດ້ດີ ຊຶ່ງບັນຫານີ້ເປັນບັນຫາຊ້ຳເຮື້ອ ທີ່ຈໍາເປັນຕ້ອງມີການແກ້ໄຂ, ທັງນີ້ຂະແໜງການສຶກສາກໍໄດ້ມີຄວາມພະຍາຍາມໃນການຝຶກອົບຮົມ, ຍົກລະດັບ ແຕ່ກໍ່ຍັງບໍ່ທົ່ວເຖິງ, ບາງບ່ອນກໍເກີດສະພາບຄູເຫຼືອບໍ່ພໍ ແລະ ເກີດມີຫ້ອງຄວບ, ປັດໄຈສົ່ງເສີມການສຶກສາຂອງຜູ້ປົກຄອງຢູ່ບາງເຂດຍັງຂາດເຂີນ. ໃນຂະນະທີ່ປັດໄຈສັງຄົມ, ກໍມີຜົນກະທົບ ເປັນຕົ້ນຄ່ານິຍົມຫຼິ້ນກິນຟຸຍເຟືອຍ, ບັນຫາຢາເສບຕິດ ແລະ ອື່ນໆ ກໍດຶງດູດໃຫ້ນັກຮຽນປະລະການຮຽນ.

ສະເພາະປັດໄຈທາງເສດຖະກິດ ກໍມີຫຼາຍຢ່າງບໍ່ທັນຄ່ອງຕົວ ເຮັດໃຫ້ມີການປະລະການຮຽນ ແລະ ນັບແຕ່ປີ 2015 ມານີ້ບັນດາໂຄງການຊ່ວຍເຫຼືອດ້ານການສຶກສາພາຍນອກໄດ້ຫຼຸດລົງ, ພາຍໃນຍັງບໍ່ໄດ້ມີການຊ່ວຍເຫຼືອຢ່າງເຕັມເມັດເຕັມໜ່ວຍ ຊຶ່ງບັນຫາດັ່ງກ່າວນີ້ກໍເປັນປັດໄຈໜຶ່ງ ທີ່ເປັນຜົນກະທົບຕໍ່ການຈັດຕັ້ງປະຕິບັດຄາດໝາຍຕ່າງໆຂອງການສຶກສາ.
ແນວໃດກໍຕາມ, ກະຊວງສຶກສາທິການ ແລະ ກິລາ ກໍາລັງເລັ່ງປັບປຸງແກ້ໄຂ ແລະ ໄດ້ກະກຽມບາງມາດຕະການຄື: ຈຳເປັນຕ້ອງໄດ້ເຮັດວຽກງານແນວຄິດຕໍ່ຜູ້ບໍລິຫານການສຶກສາ ກໍຄືຄູ-ອາຈານ ໃຫ້ໜັກແໜ້ນທົ່ວເຖິງ, ຖືເອົາການສ້າງຕັ້ງ ແລະ ພັດທະນາໂຮງຮຽນ ເປັນສູນກາງໃນການພັດທະນາວິຊາການຂອງຄູ ເປັນສູນກາງໃນການນຳໃຊ້ຄູ; ຖືເອົາການຕິດຕາມ ແລະ ການປະເມີນຄູສອນ ພ້ອມອຳນວຍການໂຮງຮຽນ ເປັນກົນໄກໃນການປະຕິບັດໜ້າທີ່ຂອງຄູ, ສ້າງໃຫ້ໄດ້ຄູເກັ່ງມາສອນໃນໂຮງຮຽນ, ລະດົມສັງຄົມໃຫ້ເຕົ້າໂຮມລູກຫຼານມາເຂົ້າຮຽນ; ປັບປຸງການເລື່ອນຊັ້ນແບບຕໍ່ເນື່ອງຂອງນັກຮຽນໃຫ້ມີຄຸນນະພາບ, ປັບປຸງປະສິດທິພາບໃນການຄຸ້ມຄອງບຸກຄະລາກອນຂອງການສຶກສາໃຫ້ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນກວ່າເກົ່າ.

ຂ່າວ: ສຸກສະຫວັນ
ປະຊາຊົນ