ມີຜູ້ເດີນທາງມາຈາກຈີນ ຜ່ານສະໜາມບິນສາກົນວັດໄຕ 90 ຄົນ(ມາຈາກຮູ່ອັ່ນ 8 ຄົນ)

ທ່ານພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດຄວບຄຸມໂຄວິດ19 ຖະແຫລງຕໍ່ສື່ມວນຊົນ ຕອນບ່າຍວັນທີ 19 ພຶດສະພານີ້ເຖິງວຽກງານເຝົ້າລະວັງ ແລະ ວິເຄາະວ່າ: ມື້ຜ່ານມາໄດ້ເກັບຕົວຢ່າງມາກວດທັງໝົດ 88 ຄົນ, ໃນນັ້ນ ມີກໍລະນີສົງໄສ 2 ຄົນ, ແຮງງານລາວທີ່ກັບມາແຕ່ໄທ 68 ຄົນ, ແຮງງານຫວຽດນາມທີ່ເຂົ້າມາລາວ 18 ຄົນ. ຜົນກວດທັງໝົດຂອງມື້ວານນີ້ແມ່ນ ບໍ່ພົບເຊື້ອໃໝ່.

ເລິ່ມແຕ່ວັນທີ 12 ເມສາ 2020 ເປັນຕົ້ນມາ ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 4,653 ຕົວຢ່າງ, ມີຈໍານວນຜູ້ຕິດເຊື້ອສະສົມ ທັງໝົດ 19 ຄົນ, ຍັງນອນຕິດຕາມຢູ່ໂຮງໝໍ 5 ຄົນ, ທັງໝົດມີອາການປົກກະຕິ.

ທ່ານພູທອນ ເມືອງປາກ ໃຫ້ຮູ້ເຖິງວຽກງານຈຸດຜ່ານດ່ານວ່າ: ມື້ຜ່ານມາມີຜູ້ເດີນທາງເຂົ້າມລາວທັງໝົດ 1,761 ຄົນ, ໃນນັ້ນຈຸດຜ່ານດ່ານລາວ-ໄທ 1,079 ຄົນ, ມີແຮງງານລາວກັບມາຈາກປະເທດໄທ 6 ຄົນ ເຊິ່ງຜ່ານດ່ານວັງເຕົ່າ-ຊ່ອງເມັກ ແຂວງຈໍາປາສັກ, ເຫຼືອນັ້ນ ແມ່ນຜູ້ຂັບລົດຂົນສົ່ງສິນຄ້າ. ຈຸດຜ່ານດ່ານລາວ-ຈີນ 8 ຄົນ, ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ. ຈຸດຜ່ານດ່ານລາວ-ຫວຽດ ທັງໝົດ 584 ຄົນ, ໃນນັ້ນ ຄົນລາວ 25 ຄົນ ແມ່ນກັບມາແຕ່ວຽກລັດຖະການ ຜ່ານດ່ານນ້ຳພ້າວ, ແຂວງບໍລິຄຳໄຊ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ.

ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 90 ຄົນ ເຊິ່ງເຂົ້າມາໃນວັນທີ 17 ພຶດສະພາ (ໃນນີ້ ມີນັກສຶກສາລາວກັບມາຈາກເມືອງອູຫັ້ນ 8 ຄົນ, ກັບຈາກເມືອງຊູໂຈ 5 ຄົນ, ຄົນຈີນມາສ້າງທາງລົດໄຟ 77 ຄົນ, ທັງຫມົດ ແມ່ນຖືກອະນຸຍາດຈາກຄະນະສະເພາະກິດ).ໃນທຸກດ່ານ ແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້. ແລະແຮງງານທັງໝົດໄດ້ເກັບຕົວຢ່າງມາກວດ ແລະ ນຳສົ່ງໄປຈຳກັດບໍລິເວນຢູ່ສູນຂອງແຂວງ ຈົນກ່ວາຈະຄົບກຳນົດ 14 ວັນ.