ສະຫຼົດໃຈລົດຈັກປະທະລົດໃຫຍ່ເສຍຊີວິດຄາທີ່ 1 ຄົນ ເຂດຂົວບ້ານໜອງໜ່ຽງ (ມີຄລິບ)

ລາຍງານຈາກອາສາກູ້ໄພ 1623 ໃຫ້ຮູ້ເວລາ ປະມານ 21:45 ວັນທີ່ 29/10/2020 ເກີດອຸບັດຕິເຫດຮຸນແຮງ ລົດໃຫຍ່ຕໍາກັບລົດຈັກ ເສຍຊີວິດຄາທີ່ 1 ຄົນ ເພດຊາຍ.

ຈຸດເກີດເຫດແມ່ນ ເຂດຂົວໜອງໜ່ຽງ ນະຄອນຫຼວງວຽງຈັນ.

ຄລິບລາຍງານສົດ ຈາກ ອາສາກູ້ໄພ 1623

ເຟສບຸກຜູ່ເສຍຊີວິດ ຈາກມືຖື

ລົດຂອງຜູ່ເສຍຊີວິດ ກໍາແພງນະຄອນ ດອ 6800. ຊາບຊື່ແມ່ນ ທ້າວສັນຕິສຸກ ວິໄຊລັດ ບ້ານນາຊາຍທອງໃຕ້, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ.

ດັ່ງນັ້ນຈິ່ງແຈ່ງຂ່າວຫາຍາດພີ່ນ້ອງຜູ່ຕາຍ. ສ່ວນສາເຫດຂອງອຸບັດຕິເຫດເຈົ້າໜ້າທີ່ກ່ຽວຂ້ອງຈະສືບສວນຕາມຂັ້ນຕອນກົດໝາຍຕໍ່ໄປ.