ແຈ້ງການປັບລາຄານໍ້າມັນ ເລີ່ມປະຕິບັດ 30 ຕຸລານີ້ ເວລາ 6:00 ໂມງເປັນຕົ້ນໄປ

ອີງຕາມແຈ້ງການສະບັບເລກທີ​ 0980/ອຄ.ກຄພນ ລົງວັນທີ 29/10/2020​ ກະຊວງອຸດສະຫະກຳແລະການຄ້າໄດ້ມີການປັບລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາລົງ ສ່ວນນ້ຳມັນກາຊວນແມ່ນປັບຂື້ນ ໃນຂອບເຂດທົ່ວປະເທດເລີ່ມປະຕິບັດ ວັນທີ​ 30/10/2020​ ເວລາ​ 06​ ໂມງເຊົ້າ​

ແອັດຊັງພິເສດປັບລົງ 150 ກີບ/ລິດ

ແອັດຊັງທຳມະດາປັບລົງ 100 ກີບ/ລິດ

ນໍ້າມັນກາຊວນປັບຂື້ນ 70 ກີບ/ລິດ