ອາເມລິກາ ສະໜັບສະໜູນອາຫານທ່ຽງ ໃຫ້ໂຮງຮຽນຢູ່ລາວ 925 ແຫ່ງ

ລັດຖະບານ ສະຫະລັດອາເມລິກາ ໄດ້ສະໜັບສະໜູນເຂົ້າສານ ຈຳນວນ 68 ຕູ້ຄອນເທັນເນີ ແລະ ຖົ່ວ 4 ຕູ້ຄອນເທັນເນີ ລວມທັງໝົດ 1.290 ໂຕນ ໃຫ້ແກ່ໂຮງຮຽນປະຖົມ 925 ແຫ່ງ ໃນທົ່ວປະເທດລາວ ໂດຍຜ່ານອົງການອາຫານໂລກ ເພື່ອຈັດຕັ້ງປະຕິບັດກິດຈະກໍາອາຫານທ່ຽງ ໃນໂຮງຮຽນດັ່ງກ່າວ. ພິທີມອບຮັບເຄື່ອງດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 19 ພຶດສະພາ 2020 ທີ່ນະຄອນຫລວງວຽງຈັນ, ລະຫວ່າງ ທ່ານ ປີເຕີ ເອັມ ເຮມອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ທ່ານ ຢານ ເດວບາເລີ ຜູ້ອຳນວຍການ ແລະ ຜູ້ຕາງໜ້າຂອງອົງການອາຫານໂລກ ປະຈຳ ສປປ ລາວ, ມີ ທ່ານ ພູວັນ ວົງສຸທິ ຮອງຫົວໜ້າກົມພົວພັນຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ ເຂົ້າຮ່ວມ.
ທ່ານ ປີເຕີ ເອັມ ເຮມອນ ກ່າວວ່າ: ປັດຈຸບັນການຂົນສົ່ງເຂົ້າ ແລະ ຖົ່ວດັ່ງກ່າວ ແມ່ນຈະຖືກນຳໃຊ້ເຂົ້າໃນການປຸງແຕ່ງອາຫານທ່ຽງໃນໂຮງຮຽນ ສຳລັບເດັກນ້ອຍນັກຮຽນຊັ້ນປະຖົມ ຈຳນວນ 90.000 ຄົນ ໃນເຂດຊົນນະບົດຂອງ ສປປ ລາວ, ເຊິ່ງຈະເລີ່ມຕົ້ນໃນສົກຮຽນເດືອນກັນຍາ ທີ່ຈະມາເຖິງນີ້ ຈົນຮອດພຶດສະພາ 2021. ນັບແຕ່ ປີ 2008 ເປັນຕົ້ນມາ, ໂຄງການອາຫານເພື່ອການສຶກສາ ແລະ ໂພຊະນາການ ສຳລັບເດັກນ້ອຍ ຂອງລັດຖະບານສະຫະລັດອາເມລິກາ, ເຊິ່ງບໍລິຫານໂດຍພະແນກກະສິກຳ ສະຫະລັດອາເມລິກາ (USDA), ໄດ້ສະໜັບສະໜູນ ໂຄງການອາຫານທ່ຽງໃນໂຮງຮຽນຂອງອົງການອາຫານໂລກຢູ່ໃນລາວ ດ້ວຍການປະກອບສ່ວນທັງໝົດຫລາຍກ່ວາ 60 ລ້ານໂດລາສະ ຫະລັດ.

ໃນທ່າມກາງພາວະວິກິດຂອງການລະບາດຂອງພະຍາດໂຄວິດ-19, ສະຫະລັດອາເມລິກາໄດ້ສືບຕໍ່ໃຫ້ການຊ່ວຍເຫລືອ ແກ່ວຽກງານອາຫານທຽ່ງໃຫ້ແກ່ໂຮງຮຽນຊັ້ນປະຖົມ ໃນເຂດຫ່າງໄກສອກ ຫລີກໃນ ສປປ ລາວ.
ທ່ານ ຢານ ເດວບາເລີ ກ່າວວ່າ: ໂຄງການອາຫານທ່ຽງໃນໂຮງຮຽນ ທີ່ອົງການອາຫານໂລກໄດ້ຈັດຕັ້ງປະຕິບັດ ແມ່ນເຄືອຂ່າຍຄວາມປອດໄພທາງສັງຄົມ ສຳລັບຫລາຍໆຄອບຄົວທີ່ທຸກຍາກ ແລະ ມີຄວາມສ່ຽງ. ເມື່ອບໍ່ດົນມານີ້ ຊຶ່ງຢູ່ໃນໄລຍະຂອງການກັກໂຕ, ຜູ້ທຸກຍາກໄດ້ປະສົບບັນຫາໜັກທີ່ສຸດ ໂດຍສະເພາະແມ່ນການເຂົ້າເຖິງແຫລ່ງອາຫານ, ເພາະສ່ວນໃຫຍ່ລາຍຮັບຕົ້ນຕໍແມ່ນມາຈາກການອອກແຮງງານ. ດັ່ງນັ້ນ, ຄວາມກັງວົນຂອງພວກເຮົາ ແມ່ນເດັກນ້ອຍເຫລົ່ານັ້ນທີ່ມາຈາກຄອບຄົວດັ່ງ ກ່າວ ອາດຈະບໍ່ໄດ້ຮັບອາຫານພຽງພໍ ຫລື ເທົ່າທີ່ຄວນ ຈາກການປິດໂຮງຮຽນ. ໃນຂະນະທີ່ໂຮງຮຽນ ກຳລັງເລີ່ມທີ່ຈະເປີດໃໝ່ເທື່ອລະກ້າວ, ພວກເຮົາ ໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນທີ່ສຸດກັບມາດຕະຖານຄວາມປອດໄພ, ມາດຕະຖານດ້ານສຸຂະອະນາໄມ ແລະ ມາດຕະການໄລຍະຫ່າງທາງສັງຄົມ ຕະຫລອດຮອດການຂົນສົ່ງ ແລະ ການຈັດສົ່ງອາຫານໄປໃນຊຸມຊົນຕ່າງໆ. ພ້ອມດຽວກັນນີ້, ພວກເຮົາໄດ້ເຮັດສຸດຄວາມສາມາດ ເພື່ອຮັບປະກັນໃຫ້ຊຸມຊົນກໍ່ຄືຄອບຄົວສາມາດສົ່ງລູກຂອງພວກເຂົາໃຫ້ໄປເຂົ້າໂຮງຮຽນ ຕາມປົກກະຕິໂດຍມີອາຫານທ່ຽງມີສຸຂະພາບດີເປັນສິ່ງຮັບປະກັນ.
ຂ່າວ: ມະນີທອນ, ພາບ: ສຸກທະວີ