ສອບສວນທີ່ມາ “ຄລິບ” ດັງ 2 ສາວ (ມີຄລິບ)

ອີງຕາມການເປີດເຜີຍຂອງ ພັທ ສາລີ ພຸດທະວົງ ຮອງຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກະຊວງ ປກສ ໃຫ້ຮູ້ກ່ຽວກັບການສອບສວນຄະດີທຳຊຳເລົາ 2 ສາວ ທີ່ເກີດຂຶ້ນວ່າງບໍ່ດົນມານີ້ວ່າ: ໃນວັນທີ 9 ຕຸລາ 2020, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ ໄດ້​ເຫັນ​ຄລິບວີ​ດີ​ໂອຈາກ​ເຟສບຸກກ່ຽວ​ກັບ​ຄົນ​ບໍ່​ດີ​ ເຜີຍແຜ່ສິ່ງລາມົກ​, ທຳ​ຊຳ​ເລົາ​ ​ແລະ ທຳອະນາຈານເດັກ ​ເຈົ້າ​ໜ້າ​ທີ່​ພວກ​ເຮົາ ຈຶ່ງໄດ້ເກັບ​ກຳ​ຂໍ້​ມູນ ​ແລະ ປະສານສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງ.

ຮອດວັນທີ 10 ຕຸລາ 2020, ຈຶ່ງສາມາດຊອກ​ເຫັນ​ ​ແລະ ນຳ​ເອົາເດັກຍິງລາວທີ່ຖືກທໍາຊຳ​ເລົາ ​ແລະ ຖືກທຳອະນາຈານ ຈໍານວນ 2 ຄົນນັ້ນ ມາສໍາພາດເພື່ອຂະຫຍາຍຜົນ, ​​ເຊິ່ງ​ໄດ້​ຊັດ​ທອດ​ເຖິງ​ບຸກຄົນ​ທີ່​ກະທຳ​ຜິດ ຄື: ນາງ ດວງຕາ ເບີກໄຊຍະພູມ ( ຄົນ​ລາວ) ​ແລະ ຄົນ​ຕ່າງປະ​ເທດ 1 ຄົນ, ​ເຊິ່ງພວກ​ກ່ຽວ​ທັງ​ສອງ​ໄດ້ເອົາ​ຕົວ​ຫຼົບໜີ.

ຕໍ່​ກັບ​​ເຫດການດັ່ງກ່າວ ​ໂດຍ​ພາຍ​ໃຕ້​ການ​ເອົາ​ໃຈ​ໃສ່​ຊີ້​ນຳ-ນຳພາຂອງ ​ການ​ນຳ​ກະຊວງປ້ອງ​ກັນ​ຄວາມ​ສະຫງົບ ກໍຄື​ ກົມ​ໃຫຍ່​ຕຳຫຼວດ ​ແລະ ກົມ​ໃຫຍ່​ສັນຕິ​ບານ ​ໄດ້​ຊີ້​ນຳ​ບັນດາເຫຼົ່າລົບວິຊາສະເພາະ ປະສານສົມທົບກັບ ບັນດາກອງບັນຊາການ ປກສ ແຂວງ ໃນຂອບເຂດທົ່ວປະເທດ ຈຶ່ງສາມາດຈັບຕົວ ນາງ ດວງຕາ ເບີກໄຊຍະພູມ ​ໄດ້​​ໃນ​ວັນ​ທີ 18 ຕຸລາ 2020 ມາ​ດຳ​ເນີນ​ຄະດີ​ຕາມ​ກົດໝາຍ.

ຜ່ານ​ການ​ສືບສວນ-ສອບ​ສວນ ນາງ ດວງຕາ ເບີກໄຊຍະພູມ ກໍ​ໄດ້​ຮັບ​ສາລະພາບ​ ວ່າ:

ໃນ​ຊ່ວງ​ໄລຍະ​ເດືອນພຶດສະພາ 2020, ຜູ້ກ່ຽວ​ໄດ້​ຕິດ​ຕໍ່​ເອົາ​ເດັກ​ຍິງທັງ 2 ຄົນ ​ໄປ​ໃຫ້​ຜູ້ ຊາຍ​ຄົນ​ຕ່າງປະ​ເທດ ທຳ​ຊຳ​ເລົາ ​ແລະ ທຳ​ອານາ​ຈານ ​ເພື່ອ​ຖ່າຍ​ຄລິບວີ​ດີ​ໂອ ​ໂດຍ​ແມ່ນ​ຜູ້ກ່ຽວ​ຖ່າຍ​ເອງ; ​ແຕ່ກ່ອນ​ຈະ​ໄປ​ຖ່າຍ​ວີ​ດີ​ໂອ​ທຳ​ອະນາຈານ​ດັ່ງກ່າວ​ນັ້ນ ຜູ້ກ່ຽວ​ແມ່ນ​ໄດ້​ຊື້​ເສື້ອ​ຊາວ​ໜຸ່ມ ​ແລະ ສິ້ນ​ນັກຮຽນ​ໄປ​ພ້ອມ, ​ເມື​່ອຮອດ​ສະຖານ​ທີ່ ຜູ້ກ່ຽວ​ກໍ​ໄດ້​ແຕ່ງ​ໜ້າ ​ແລະ ​ເປຍ​ຜົມໃຫ້​ເດັກ​ຍິງ​ດັ່ງກ່າວ.

ການ​ກະທຳ​ດັ່ງກ່າວ ​ແມ່ນ​ເປັນ​ອັນຕະລາຍ​ຕໍ່​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງສັງຄົມ, ກຽດ​ສັກ​ສີຂອງ​ພົນລະ​ເມືອງ, ຮີດຄອງ​ປະ​ເພນີ ​ແລະ ວັດທະນະທຳ​ອັນ​ດີງາມຂອງ​ຊາດ. ສ່ວນ​ຜູ້​ຊາຍ​ຄົນ​ຕ່າງປະ​ເທດ ທີ່​ຮ່ວມ​ກະທຳ​ຜິດ​ກັບ​ຜູ້ກ່ຽວນັ້ນ ຍັງ​ເອົາ​ຕົວ​ຫຼົບໜີ. ປັດຈຸ​ບັນ, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ພວກ​ເຮົາ ພວມ​ສືບ​ຕໍ່​ຕິ​ດຕາມ​ນຳ​ຈັບ​ຕົວ​ມາ​ດຳ​ເນີນ​ຄະດີ​ ຕາມ​ຂັ້ນ​ຕອນ​ຂອງ​ກົດໝາຍຕໍ່ໄປ.

ດັ່ງນັ້ນ, ຈຶ່ງ​ຮຽກຮ້ອງ​ມາ​ຍັງ​ພໍ່​ແມ່​ປະຊາຊົນ​ລາວ​ບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ ​ໃຫ້​ມີ​ສະຕິ​ລະວັງ​ຕົວ ເພື່ອ​ປ້ອງ​ກັນ​ຕົນ​​ເອງ, ຄອບຄົວ​ ​ແລະ ສຶກສາ​ອົບຮົມ​ລູກ​ຫຼານ​ໃນ​ການ​ພົວພັນ​ສັງຄົມ, ຢ່າ​ຫຼົງ​ເຊື່ອ​ບຸກຄົນ ຫຼື ກຸ່ມ​ຄົນທີ່​ຕົວະ​ຍົວະ​ຫຼອກ​ລວງ. ຖ້າ​ບໍ່​ດັ່ງ​ນັ້ນ, ​ຈະ​ຕົກ​ເປັນ​ເຫຍື່ອຂອງ​ກຸ່ມ​ຄົນ​ບໍ່​ຫວັງ​ດີ.

ຖ້າ​ໃນ​ກໍລະນີພົບ​ເຫັນ​ພຶດຕິ​ກຳ ຫຼື ການ​ກະທຳທີ່​ສົງ​ໄສ ວ່າ ເປັນການກະທຳຜິດ ຂໍ​ໃຫ້​ແຈ້ງ​ຕໍ່​ເຈົ້າໜ້າ​ທີ່​ທີ່​ກ່ຽວຂ້ອງ ຫຼື ກົມ​ຕຳຫຼວດ 312 ​ເບີໂທລະສັບ​ສາຍ​ດ່ວນ 1300 ຫຼື 1362.