ຈາກທີ່ເຄີຍເປັນໜີ້ ກ້າວເຂົ້າສູ້ການເປັນແມ່ຄ້າອອນລາຍ ສ້າງເຮືອນສຳເລັດພາຍໃນເວລາ 6 ເດືອນ

ອີ່ແມ່ຄ້າ108ອາຊີບ: ຈາກອີ່ຂີ້ໜີ້ ສ້າງເຮືອນສຳເລັດພາຍໃນ6ເດືອນ, ສະບາຍດີ ຢາກໃຫ້ທຸກຄົນຢຸດອ່ານເສັ້ນທາງຊິວິດ ອີ່ຂີ້ໜີ້ສູ່ແມ່ຄ້າອອນລາຍ ທີ່ຫລາຍຄົນເບິ່ງວ່າເປັນອາຊີບທີ່ບໍ່ຫມັ້ນຄົງ

ເຄີຍຮຽນຈົບປະລິນຍາຕີ ແຕ່ບໍ່ຍອມເຮັດການຢືດໝັ້ນເອົາການຄ້າຂາຍເປັນຫລັກ ເພາະມັກແລະຮັກເຂົ້າເສັ້ນເລືອດ
ແລະເຮັດໃຫ້ຂ້ອຍຕັດສິນໃຈເປີດຮ້ານຂາຍເສື້ອຜ້າຕາມຕະຫລາດຕັ້ງແຕ່ຮຽນປີ2 ຕັ້ງແຕ່ເປີດຮ້ານມາປີທີ່1_ປີທີ່5ທຸະກິດກໍ່ລາບລື້ນດີ ແຕ່ຕົກມາປີ6_ປີ7ທຸລະກິດເລີມຝືດ ເຮັດໃຫ້ການຫມູນເງີນບໍ່ທັນ ຂ້ອຍເຊີ່ງຄິດວ່າໂຕເອງເກັ່ງກໍບໍ່ຍອມອ້າປາກປືກສາໃຜເລື້ອງເງີນແມ້ກະທັ້ງຜົວທີ່ນອນກອດທຸກມື້

ຈົນມາມື້ຫນຶ່ງບໍ່ໄຫວແລ້ວ ຂໍແກ້ວິທີໂດຍການຍືມເງີນດອກ20%ນຳແມ່ເງິນມື້ເງີນດອກໃນບ້ານຫ້ອມ ແລະໃນທີ່ສຸດຂ້ອຍກະເປັນຫນີ້ຢ່າງເຕັ້ມໂຕເຖີງ145ລ້ານ ຕັ້ງແຕ່ອາຍຸຍັງນ້ອຍ 25ປີ ໃນຕອນນັ້ນທຸກຢ່າງມັນມືດໄປເບີດຂ້ອຍບໍ່ຮູ້ຈະປືກສາໃຜ ເຂົ້າຫ້ອງນ້ຳແນມແຕ່ເປັດໂປ ຢູ່ຄົນດຽວແນມແຕ່ເຊືອກ ຂີ່ລົດຕາມທາງແນມແຕ່ນ້ຳ ເພາະຕອນນີ້ຂ້ອຍຢາກຕາຍຍຍຍຍຍໄປໃຫ້ມັນແລ້ວ

ຢູ່ມາມື້1 ຜົວໄປວຽກ ຂ້ອຍຕັດສີນໃຈຂັບລົດອອກມາ ແຖວຮ້ານເຂົ້າປຸ້ນແຈວຂີງເພືອຈະໂດດນ້ຳຕາຍໃຫ້ມັນຫມົດກຳຫມົດເວນ. ແຕ່ສິ່ງມະຫັດສະຈັນກໍເກີດຂຶ້ນກັບຂ້ອຍ ແມ່ໂທຫາແລ້ວ ສຽງຜູ້ຍີງຄົນ1ເວົ້າຜ່ານໂທລາສັບອີ່ມັ້ງ ປານໃດຈະມາຫາເອື້ອຍ

ຂ້ອຍຜູ້ເປັນແມ່ຈັບລົດໄດ້ຂ້ອຍວີ້ງຫນີ້ຈາກຈຸດນັ້ນ ແລ້ວບອກກັບໂຕເອງກູຍັງຕາຍບໍ່ໃດ້ ລູກກູຍັງຖ້າກູຢູ່ ຖ້າກູຕາຍໄປໃຜຈະລ້ຽງລູກກູ ຂ້ອຍດຶງສະຕິກັບມາທຸກຢ່າງ ໃນຄະນະທີ່ຂັບລົດກັບ ຕັດສິນໃຈຈະບອກຜົວຄົນແລກວ່າໂຕເອງມີຫນີ້ ຂໍໃຫ້ຜົວລ້ຽງລູກຈະໄປຫາເງີນຢູ່ໄທ ຕັດສິນໃຈບອກຜົວແລະຄອບຄົວເລີຍໃນວິນາທີ່ນັ້ນ

ແຕ່ປະຕິຫານກະເກີດຂື້ນກັບຊິວິດຂ້ອຍຈົນໃດ້ ເຊີ່ງ ຜົວແລະຄອບຄົວບອກຂ້ອຍວ່າ ເງິນຄຳເປັນຂອງນອກກາຍ ບໍ່ຕາຍເຮົາສາມາດຫາໄດ້ ເຈົ້າພຽງເປັນຫນີ້ບໍ່ໃດ້ໄປຂ້າໃຜຕາຍ ຂອບໃຈອ້າຍປ໋ອກແລະພໍ່ແມ່ທີ່ບໍ່ຖີ້ມຂ້ອຍ ຂ້ອຍຜູ້ທີ່ມີໃຈສູ້ ປຸກໂຕເອງກູຈະເຮັດທຸກຢ່າງໃຫ້ດີຂື້ນນັບຕັ້ງແຕ່ວິນາທີນີ້ ແລະໂລກມັນກໍ່ເປີດໃຫ້ຂ້ອຍອີກຄັ້ງ

ຢູ່ຕໍ່ມາມື້ທີ່3ທີ່ທຸກຄົນຮູ້ວ່າຄອນເປັນຫນີ້ ມີເຟດບຸກ1ເດັ້ງຂື້ນມາ ເປັນພີ່ນຸ້ມຂາຍສະຄາບແຕ້ມຫນ້າດຳໂຕດຳ ຂັດແງມດາກ ໂຕຂ້ອຍແນມເບີ່ງໂອກາດເຊີ່ງຂ້ອຍຈິບໍ່ປ່ອຍໃຫ້ມັນເປັນອາກາດເດັດຂາດ, ເພາະຂ້ອຍເຊື່ອວ່າຂ້ອຍສາມາດເຮັດໄດ້ ຕັດສິນໃຈທັກຫາເລົ່າວິນາທີ່ນັ້ນເລີຍ ສັ່ງສະຄາບມາ10ກັບທັ້ງທີ່ຍັງຂາຍບໍ່ເປັນ ບໍ່ຮູ້ຫຍັງກ່ຽວກັບດ້ານນີ້ຮຽນຮູ້ເອົາໂຕຈີງ ເຊີ່ງຄວາມຄິດຕອນນັ້ນກະບໍ່ຮູ້ດອກວ່າມັນຈະມາເຮັດໃຫ້ຊີວິດຂ້ອຍດີຂື້ນປານນີ້

ຫລັງຈາກທີ່ສະຄາບມາຮອດລາວ ຂ້ອຍເຮັດຕາມເລົ່າທຸກຢ່າງ ໂດຍບໍ່ມີຂໍ້ອ້າງໃດ ເພາະເປົ້າຫມາຍຂ້ອຍຢາກຫວິດຫນີ້ ຕໍ່ມາສະຄາບເລີ້ມໄດ້ຂາຍດີຂື້ນດີຂື້ນເພາະເປັນການຂາຍທີແປກຄົນອື່ນບໍ່ກ້າເຮັດຂ້ອຍລຸຍຄົນແລກໃນລາວເຊີ່ງມັນເປັນໂອກາດທອງຂອງຂ້ອຍ

ໃນເສັ້ນທາງທີ່ເດີນຂ້ອຍກະບໍ່ໃດ້ລຽບຫລູ ເພາະມີຄົນຫົວຂວັນ ມີຄົນບອກວ່າ ລູກບັກຄູນອີ່ຄຳເປັນບ້າບອກກັບພໍ່ແມ່ວ່າອົດເອົາລູກຈະບໍ່ເຮັດໃຫໃຜມາດູຖູກພໍ່ແມ່ແບບນີ້ ເບີດບ້ານ ດູຖູກດ່າຈົ່ມຂັວນສາລາພັດ ແຕ່ຂ້ອຍບໍ່ຍອມຟັງບໍ່ຍອມທໍ້ ເກັບມາເປັນແຮງຜັກດັນໃຫ້ສູ້ຫລາຍຂື້ນ ຜົວຂ້ອຍຈະໃຫ້ກຳລັງໃຈທີ່ສຸດຄ່ອຍປອບສູ້ບໍ່ສົນ ,ຂອບໃຈເຈົ້າທີ່ສຸດ

ແລະຂ້ອຍຕັ້ງເປົ້າໃນຊີວິດ ຂ້ອຍຈະຫມົດຫນີ້ໃຫ້ໃດ້ພາຍໃນ6ເດືອນສຸດທ້າຍແລ້ວຂ້ອຍປົດຫນີ້ພາຍໃນ2ເດືອນ22ມື້ຂ້ອຍສາມາດປົດຫນີ້ໄດ້

ຢູ່ຕໍ່ມາຄອນໄດ້ຈິງຈັງກັບອາຊີບນີ້ຫລາຍ ອາຊີບທີ່ຫລາຍຄົນມອງວ່າບໍ່ມີກຽດບໍ່ມີຫນ້າບໍ່ມີຕາ ແຕ່ຂ້ອຍຍອມປົດໃບປາລິນຍາຕີຂ້ອຍລົງເພື່ອແລກກັບມັນ

ສຸດທ້າຍຂ້ອຍຕັດສິນໃຈເຮັດແບຮນເປັນຂອງໂຕເອງ
ແບຮນເຈົ້ານາງ ຕອນແລກຄິດວ່າຈະບໍ່ລອດແລ້ວ ແຕ່ຂ້ອຍດືງສະຕິໂຕເອງກັບຄືນໂດຍການລົງມືເຮັດຫລາຍຂື້ນ10ເທົ່າ ລຸຍກັບມັນຈົນຕໍ່ມາ2ເດືອນຂ້ອຍສາມາດຕີຕະຫລາດແຕກຍ້ອນຂ້ອຍບໍ່ຢຸດເຮັດຍ້ອນຂ້ອຍບໍ່ລົ້ມເລີກມັນ

ຢູ່ຕໍ່ມາຂ້ອຍມອງເຫັນເປົ້າຫມາຍຫລາຍຂື້ນ ຕັ້ງເປົ້າຫມາຍກັບຜົວຢາກປິດຍອດລົດເພາະຂ້ອຍດາວລົດໃດ້3ປີປາຍ ເລີຍຕັດສິນໃຈປິດຍອດລົດ ແລະ ລົມກັບຜົວ ຂ້ອຍຈະຕ້ອງປຸກເຮືອນໃຫ້ແລ້ວພາຍໃນ3ປີ ພວກຂ້ອຍຈັບມືກັນສູ້ຜົວຂ້ອຍເຮັດສວນແລະກະເຮັດວຽກປະຈຳບໍ່ໄດ້ຫລັບໄດ້ນອນເພື່ອເປົ້າຫມາຍທີ່ວາງໄວ້ ແລະພວກຂ້ອຍກໍເຮັດໃດ້ໃນທີ່ສຸດ ພວກຂ້ອຍສາມາດປຸກເຮືອນຈົນແລ້ວພາຍໃນ5_6ເດືອນເຊີ່ງມັນຫຍໍ້ເປົ້າຫມາຍລົງຫລາຍຈົນຂ້ອຍຮ້ອງໃຫ້ເພາະດີໃຈ

ແລະມື້ນິ້ຄວາມຝັນຜົວແລະຂ້ອຍກໍເປັນຈິງ ຜົວແລະຂ້ອຍສາມາດປຸກເຮືອນແລ້ວ ພາຍໃນ6ເດືອນ ແລະສາມາດຊື້ດິນໃດ້2ຕອນເຊີ່ງຜົວຂ້ອຍດີໃຈທີ່ສຸດເພາະລາວຢາກມີເຮືອນມີຄອບຄົວທີ່ພ້ອມທຸກຢ່າງກ່ອນອາຍຸ30ປີ ຕອນນີ້ອາຍຸລາວ29ປີ ຊີວິດຄອບຄົວຂ້ອຍດີຂື້ນຂ້ອຍສາມາດເປັນເສົາຫລັກໃຫ້ຄອບຄົວໄດ້ໂຄດພູມໃຈຈາກຫົວໃຈອີ່ຂີ້ຫນີ້

ສຸດທ້າຍນິ້ຂ້ອຍຝາກເຖີງຄົນທີ່ກຳລັງທໍ້ ກຳລັງສູຊີວິດ ຢ່າຄິດວ່າເຈົ້າຈະເຮັດບໍ່ໄດ້ຄືຄົນອື່ນ ຢ່າດູຖູກໂຕເອງ ຢ່າຄິດຈາລົ້ມເລີກທັງທີ່ບໍ່ໃດ້ລົງມືເຮັດເທື່ອ

ທ້າຍສຸດຄອນຂອບໃຈ ລູກຄ້າແລະຕົວແທ່ນ ແບຮນເຈົ້ານາງທີ່ເຮັດໃຫ້ຄອນມື້ມື້ນິ້ ຂອບໃຈຄອບຄົວ ຜົວທີ່ຢູ່ຄຽງຂ້າງ ສັນຍາຜູ້ຍີງຄົນນິ້ຈະບໍ່ເຮັດໃຫ້ຜິດຫວັງ