ສະຫະພັນ​ມວຍແຫ່ງຊາດ, ບັນດາບໍລິສັດ ໄປມອບເສື້ອມວຍລາວ ແລະ ທືນການສືກສາໃຫ້ນາງ ສາວເກັ່ງກ້າລີນາ

ຈາກກໍລະນີ ຄລິບວີດີໂອເຫດການສາວນັກສຶກສາໃຈເດັດຂັບລົດຕໍາໂຈນທີ່ດຶງກະເປົາຕົນເອງ ເມື່ອວັນທີ 22 ຕຸລາ 2020 ທີ່ຜ່ານມາ

ລີນາ ເປັນຄົນເກັ່ງມີຄວາມກ້າຫານກ້າສູ້ກັບສ້ຽນສັງຄົມ ເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມລາວຄົນແບບນີ້ ກໍຄື ນ້ອງ ລີນ່າ

ມື້ວັນທີ 27/10/20 ສະຫະພັນມວຍແຫ່ງຊາດລາວ ພ້ອມດ້ວຍບັນດາບໍລິສັດ ມອບເສື້ອສາມາດ ຂອງມວຍລາວ ແລະ ນໍ້າໃຈຊຸກຍູ້ ການປົວແປງຈິດໃຈ ແລະ ທຶນການສຶກສາ ຈຳນວນໜຶ່ງ ໃຫ້ຍອດນັກສູ້ສາວບ້ານເມືອງຮັງ ເມືອງສົບເບົາ ແຂວງຫົວພັນ ສຸດຍອດ ຊົມເຊີຍເນີ

.

ຄລິບສຳພາດ