ໄຂ້ຍຸງລາຍພາກຊີວິດແລ້ວ 12 ຊີວິດ ຂະນະທີ່ຍອດຜູ້ຕິດເຊື້ອຍັງສູງເຖິງ 7 ພັນກວ່າຄົນ
ພະຍາດໄຂ້ຍຸງລາຍ ເປັນພະຍາດໜຶ່ງ ທີ່ມີລັກສະນະຮ້າຍແຮງ ແລະ ອັນຕະລາຍ, ເຊິ່ງໃນປີນີ້ ພະຍາດດັ່ງກ່າວ ໄດ້ພາກຊີວິດຂອງຄົນທີ່ທ່ານຮັກໄປແລ້ວ 12 ຊີວິດ. ຂະນະດຽວກັນ, ຍອດຜູ້ຕິດເຊື້ອສູງເຖິງ 7.453 ຄົນ. ເມື່ອຮູ້ດັ່ງນີ້ແລ້ວ ພວກເຮົາບໍ່ຄວນຖືເບົາ ໃນການປ້ອງກັນ ໂດຍການທຳລາຍ ແຫລ່ງເພາະພັນ ຂອງໜອງນໍ້າຍຸງລາຍ.

ພ້ອມນີ້, ກໍຕ້ອງໄດ້ເອົາໃຈໃສ່ເປັນພິເສດ ໃນການປ້ອງກັນຄົນ ໃນຄອບຄົວບໍ່ໃຫ້ຍຸງກັດ ດ້ວຍຫລາຍວິທີ ເຊັ່ນ: ທາຢາກັນຍຸງ, ນອນໃນມຸ້ງ, ບໍ່ໄປສະຖານທີ່ສ່ຽງ ເຊັ່ນ: ພຸ້ມໄມ້, ຄອງລະບາຍນໍ້າ ຫາກມີອາການເປັນໄຂ້ ຄວນໄປພົບແພດ ເພື່ອຮັບປະກັນຄວາມປອດໄພຂອງທ່ານ ແລະ ຄົນທີ່ທ່ານຮັກ.ທ່ານ ນາງ ລັດສະໝີ ຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ໃນວັນທີ 26 ຕຸລາ 2020 ນີ້ວ່າ: ນັບຕັ້ງແຕ່ຕົ້ນ ເດືອນມັງກອນ ຫາ ວັນທີ 25 ຕຸລາ 2020 ມີຜູ້ຕິດເຊື່ອໄຂ້ຍຸງລາຍ 7.453 ຄົນ ແລະ ເສຍຊີວິດ 12 ຄົນ.

ໃນນັ້ນ, ນະຄອນຫລວງວຽງຈັນ ພົບຜູ້ຕິດເຊື້ອໄຂ້ຍຸງລາຍ ສູງອັນດັບໜຶ່ງ ຢືນຢັນຜູ້ຕິດເຊື້ອທັງໝົດ 1.702 ຄົນ, ບໍລິຄຳໄຊ 867 ຄົນ, ບໍ່ແກ້ວ 706 ຄົນ ແລະ ແຂວງວຽງຈັນ 695 ຄົນ. ສະເພາະໃນວັນທີ 21 ຕຸລາ 2020 ກະຊວງສາທາລະນະສຸກ ຢືນຢັນພົບຜູ້ຕິດເຊື້ອ ໄຂ້ຍຸງລາຍທັງໝົດ 9 ກໍລະນີ. ຂ່າວ: ກິດຕາ