ສາມີ ມີເງິນເດືອນສູງແຕ່ບໍ່ຍອມຊື້ ເຮືອນ – ລົດ ພໍລັກເບີ່ງບັນຊີເງິນເທົ່ານັ້ນຈົນຊ໊ອກ.

ເວັບໄຊຕ໌ຕ່າງປະເທດໄດ້ເປິດເຜີຍເລື່ອງລາວຊີວິດຄອບຄົວຂອງສາມີພັນລະຍາຄູ່ຫນຶ່ງ ໂດຍເລື່ອງລາວມີຢູ່ວ່າ.. ເຮົາກັບສາມີແຕ່ງງານກັນມາ 5 ປີແລ້ວ ແຕ່ຈົນປັດຈຸບັນນີ້ເຮົາສອງຄົນກໍ່ຍັງຕ້ອງເຊົ່າບ້ານຢູ່ ເຮົາເອງຢາກເກັບເງິນໃຫ້ໄດ້ຈັກກ້ອນໄວໆແລ້ວເອົາໄປຊື້ບ້ານ ຈະໄດ້ມີບ້ານເປັນຂອງໂຕເອງ ບໍ່ຕ້ອງມີປະສົບການຖືກເຈົ້າຂອງບ້ານໄລ່ອອກຈາກບ້ານອີກ ແຕ່ພໍເບີ່ງເງິນເດືອນຂອງເຮົາກັບສາມີແລ້ວ ການຈະຊື້ບ້ານຈັກຫລັງກໍ່ບໍ່ແມ່່ນເລື່ອງງ່າຍເລີຍ

ເມື່ອກ່ອນຕອນສາມີຍັງບໍ່ໄດ້ເລື່ອນຂັ້ນ ເງິນເດືອນລາວກໍ່ຍັງບໍ່ທັນສູງ ແຕ່ຫລັງຈາກໄດ້ເລື່ອນຕຳແຫນ່ງ ເງິນເດືອນກໍ່ເພິ່ມຂຶ້ນຫຼາຍ ບວກກັບຄ່າຄອມມິຊັ່ນ ເດືອນໆຫນຶ່ງກໍ່ຫຼາຍເຕີບຢູ່ ເຮົາຄິດວ່າເບີ່ງຈາກເງິນເດືອນຂອງສາມີຕອນນີ້ແລ້ວ ພວກເຮົາຄົງໄດ້ຊື້ບ້ານໃນໄວໆ ນີ້

ສາມີເຮົາເປັນຄົນຊື່ ດີກັບເຮົາ ແລະ ລູກ ແຕ່ກໍ່ມີຂໍ້ເສຍຄືເຂົາເປັນຄົນເຊື່ອຟັງພໍ່ແມ່ຫລືແມ່ນແຕ່ນ້ອງຊາຍ ຊ່ວງກ່ອນຫນ້ານີ້ນ້ອງຊາຍເຂົາແຕ່ງງານ ພໍ່ແມ່ສາມີມາຂໍເງິນ ຕອນນັ້ນເຮົາກັບສາມີເຖຶງຂັ້ນມີປາກສຽງກັນ ເຮົາບໍ່ຢາກໃຫ້ເງິນຫຼາຍປານນັ້ນ ນ້ອງຊາຍກໍ່ເຮັດວຽກມາຕັ້ງຫລາຢປີ ເຂົາແຕ່ງງານ ເປັນອ້າຍໃສ່ຊອງໃຫ້ກໍ່ຫນ້າຈະພໍ ແຕ່ນີ້ແມ່ນຫຍັງມາຂໍເງິນຕັ້ງຫຼາຍສະຫລຸບຈະໃຫ້ແຕ່ງງານກັບນ້ອງຊາຍສາມີ ຫຼື ສາມີເຮົາກັນແທ້ ຕອນພວກເຮົາແຕ່ງງານ ພໍ່ແມ່ສາມີໃຫ້ຄ່າສິນສອດ ແຕ່ສາມີກໍ່ປິດບັງເຮົາໄວ້ແລ້ວເອົາເງິນໂຕເອງໃຫ້

ເລື່ອງນີ້ເຮົາມາຮູ້ຕອນທີ່ເຮົາກັບໄປຢ້ຽມຢາມພໍ່ແມ່ທີ່ບ້ານ ເຮົາຄຽດຫຼາຍຈົນແທບຈະຂໍປະ ພໍຄັ້ງນີ້ ຫລັງສາມີເລື່ອນຕຳແຫນ່ງໄດ້ເຄີ່ງປີ ເຮົາຮູ້ສຶກວ່າເງິນເດືອນປັດຈຸບັນຂອງສາມີບວກກັບເງິນເກັບນ່າຈະພໍດາວບ້ານໄດ້ແລ້ວ ເຮົາກໍ່ເລີຍໃຫ້ສາມີເອົາເງິນອອກມາເບີ່ງ ເພາະເຮົາສອງຄົນຕ່າງຄົນຕ່າງທ້ອນ ແຕ່ສາມີກໍ່ອ້ຳໆອຶ້ງໆ ບອກວ່າບໍ່ຢາກຊື້ຕອນນີ້ ລົດກໍ່ບອກວ່າຢ່າຟ້າວຊື້ ເຮົາກໍ່ເລີຍຮູ້ສຶກແປກໆ ມີມື້ຫນຶ່ງຕອນສາມີບໍ່ຢູ່ບ້ານ ເຮົາກໍ່ເລີຍຊອກຫາບັນຊີຈົນເຫັນ ພໍເປິດອອກເບີ່ງກໍ່ເຫັນວ່າເງິນໃນບັນຊີມີບໍ່ພໍເທົ່າໃດ

ທັງໆເງິນໃນບັນຊີໜ້າຈະມີເງິນບໍ່ນ້ອຍ! ພໍສາມີກັບບ້ານມາ ເຮົາກໍ່ເອົາບັນຊີໄປຖາມ ແລະ ຮູ້ສຶກຕົກໃຈຫຼາຍ ແລ້ວສິ່ງທີ່ລາວອະທິບາຍກໍ່ເຮັດໃຫ້ເຮົາສິ້ນຫວັງໃນໂຕເຂົາ ທີ່ແທ້ບໍ່ດົນມານີ້ ນ້ອງຊາຍເຂົາຢາກຊື້ບ້ານ ແຕ່ເງິນບໍ່ພໍ ນ້ອງຊາຍກັບພໍ່ແມ່ສາມີກໍ່ເລີຍມາຂໍຢືມເງິນຈາກສາມີເຮົາ ແລ້ວກໍ່ເອົາໄປ ຄັ້ງນີ້ເຂົາເຮັດໃຫ້ເຮົາຢາກປະແທ້ໆ ເຮົາປັດສີ່ງຂອງເທິງໂຕ໊ະຖິ້ມ ບອກເຂົາວ່າເລິກກັນ ແລ້ວກໍ່ຍ້າຍອອກມາຢູ່ບ້ານໝູ່ສະນິດ ເຮົາຄິດຖືກແລ້ວແມ່ນບໍ່ທີ່ຂໍປະ?