ໄຟໄໝ້ເຮືອນປະຊາຊົນໝົດຫຼັງທີ່ບ້ານສະພານທອງ

ນະຄອນຫຼວງວຽງຈັນ: ໃນວັນທີ 25/10/2020 ເວລາ 08:50 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດ ຢູ່ໄຟໄໝບ້ານປະຊາຊົນ ບ້ານ ສະພານທອງ, ເມືອງສີສັດຕະນາກ,ນະຄອນຫຼວງວຽງຈັນ.

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ) . ຈຶ່ງໄດ້ອອກກວດສອບເຫດ ພົບເຫັນໄຟໄໝບ້ານ 1 ຫລັງ ກຳລັງລຸກລາມ ດັ່ງນັ້ນ ກູ້ໄພນະຄອນຫລວງ ຈຶ່ງໃດສົມທົບກັບຕຳຫລວດ ສະກັດກັນຄັກຄີໄພ.

ເຮືອນສອງຊັ້ນທີ່ຖືກໄຟໄໝ້ແມ່ນເສຍຫາຍໜັກ, ສ່ວນສາເຫດແລະມູນຄ່າຄວາມເສຍຫາຍແມ່ນຢູ່ໃນການສືບສວນຂອງເຈົ້າໜ້າທີ່.

ບໍ່ມີລາຍງານຜູ່ບາດເຈັບຫຼືເສຍຊີວິດຈາກເຫດການຄັ້ງນີ້.

.

.

.

.

.