ເທີຢູ່ນາ Ther Una ລະດົມທຶນຮອບ 2 ໄປຊ່ວຍພີ່ນ້ອງເຊໂປນ ຍອດຫຼ້າສຸດ 70 ກວ່າລ້ານກີບແລ້ວ

ໃນສະຖານະການ ໄພທໍາມະຊາດ ອຸທົກກະໄພ ນໍ້າຖ້ວມ ທີ່ແຂວງສະຫວັນນະເຂດ, ໂດຍສະເພາະ ທີ່ເມືອງເຊໂປນ ທີ່ໄດ້ຮັບຜົນກະທົບຢ່າງໜັກ.

ໃນເຫດໄພພິບັດຄັ້ງນີ້, ໄດ້ມີຫຼາຍພາກສ່ວນ ທັງພາກລັດ ແລະ ເອກະຊົນ ໄດ້ບິແບ່ງນໍ້າໃຈ ໄປຊ່ວຍຜູ່ປະສົບໄພ. ໃນນີ້, ນັກສີລະປິນ ເທີຢູ່ນາ ແມ່ນໄດ້ມີການລົງໄປຊ່ວຍເຫຼືອ ຄັ້ງທໍາອິດ ໂດຍໄດ້ຮັບທຶນສົມທົບຈາກ Lar Noy Phorjai ແລະ ຜູ້ໃຈດີຫຼາຍໆຄົນ.

ກໍ່ສະແດງຄວາມຊົມເຊີຍບັນດາທ່ານຜູ່ໃຈບຸນ ໂດຍສະເພາະ ເທີຢູ່ນາ ທີ່ເປັນຜູ່ປະສານງານ ແລະ ເຕົ້າໂຮມນໍ້າໃຈຄັ້ງນີ້.

ສໍາລັບທ່ານໃດ ປະສົງຈະບໍລິຈາກ ຊ່ວຍຜູ່ປະສົບໄພນໍ້າຖ້ວມ ກັບທາງ Ther Una ກໍ່ສາມາດຕິດຕໍ່ເພິ່ນທາງເຟສບຸກໄດ້ https://www.facebook.com/Ther.555