ເນັ້ນໃຫ້ພະນັກງານລັດຖະກອນສ້າງລາຍຮັບນອກໂມງລັດຖະການໃຫ້ຫລາຍຂື້ນ

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນກ່ຽວກັບການສ້າງເສດຖະກິດຄອບຄົວນອກໂມງລັດຖະການ ແລະ ການເຂົ້າເຖິງແຫຼ່ງທຶນຂອງສະມາຊິກສາມອົງການຈັດຕັ້ງມະຫາຊົນ ຂອງຫ້ອງວ່າການວ່າການສໍານັກງານາຍົກລັດຖະມົນຕີ,

ໂດຍການເປັນປະທານຂອງ ສະຫາຍ ຄໍາລາວັນ ຈັນທະລາວັນ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຜູ້ຊີ້ນໍາສະຫະພັນກຳມະບານຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາສະມາຊິກສາມອົງການຈັດຕັ້ງມະຫາຊົນທົ່ວ ຫສນຍ ແລະ ແຂກຖືກເຊີນຈາກທະນາຄານຊາຄອມແບງ ເຂົ້າຮ່ວມ.

ໃນກອງປະຊຸມ, ສະຫາຍ ປອ ເຂີງຄໍາ ແກ້ວໜູຈັນ ປະທານສະຫະພັນກຳມະບານ ຫ້ອງວ່າການສໍານັກງານນາ ຍົກລັດຖະມົນຕີ ຕາງໜ້າໃຫ້ສາມອົງການຈັດຕັ້ງມະຫາຊົນ ໄດ້ກ່າວຈຸດປະສົງຂອງການຈັດກອງປະຊຸມແລກປ່ຽນບົດ ຮຽນໃນຄັ້ງນີ້ ເຊິ່ງກໍ່ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິ ວັດລາວ ແລະ ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

ເພື່ອສ້າງຄວາມສາມາດ ແລະ ທ່າແຮງຂອງພະນັກງານ-ລັດຖະກອນ ພາຍໃນ ຫສນຍ ໃນການສ້າງລາຍຮັບເສີມໃຫ້ແກ່ຄອບຄົວ ໂດຍບໍ່ສົ່ງຜົນກະທົບຕໍ່ການເຮັດວຽກທາງລັດຖະການ ກໍ່ຄື ການປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງຕົນ, ບໍ່ຂັດກັບກົດໝາຍ ແລະ ລະບຽບການ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ເພື່ອຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ແນໃສ່ສ້າງຄວາມເຂັ້ມແຂງ ແລະ ກຸ້ມຕົນເອງໃຫ້ແກ່ພະນັກງານລັດຖະກອນ.

ສໍາລັບບົດຮຽນທີ່ນໍາມາແລກປ່ຽນໃນກອງປະຊຸມ ຄັ້ງນີ້ ປະກອບມີ: 1). ຕົ້ນທຶນຄວາມຮູ້ໃນການສ້າງໂອກາດໃນການສ້າງລາຍຮັບຈາກການສອນເພີ່ມນອກໂມງລັດຖະການ; 2). ການຈັດການຮ້ານໝີ່ ແລະ ແຮງບັນດານໃຈໃນການປະກອບການ; 3). ຄວາມພະຍາຍາມໃນການປະກອບອາຊີບ

ໂດຍການຂາຍສິ້ນທີ່ເປັນຫັດຖະກໍາລາວ ແລະ ການດຳເນີນທຸລະກິດຮ້ານກາເຟ; 4). ການລ້ຽງດ້ວງຕົ້ນພ້າວ ແລະ ການລ້ຽງກົບ; 5). ການປູກເຫັດເປັນສິນຄ້າ; 6). ການປູກໜໍ່ໄມ້ ແລະ ການລ້ຽງປາ; 7). ການປູກຜັກປອດສານຜິດ. ນອກນັ້ນ, ກອງປະຊຸມ ຍັງໄດ້ຮັບຟັງການສະເໜີຂໍ້ມູນກ່ຽວກັບການເຂົ້າເຖິງແຫຼ່ງທຶນ ຈາກຜູ້ຕາງໜ້າທະນາຄານຊາຄອມແບງຕື່ມອີກ.

ໂອກາດດັ່ງກ່າວ, ສະຫາຍ ຄໍາລາວັນ ຈັນທະລາວັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ສາມອົງການຈັດຕັ້ງມະ ຫາຊົນ ກໍ່ຄື ພະນັກງານ-ລັດຖະກອນ ຫສນຍ ທີ່ໄດ້ນໍາບົດຮຽນທີ່ດີໃນການສ້າງລາຍຮັບນອກໂມງລັດຖະການ ມາແລກປ່ຽນັໃຫ້ບັນດາພະນັກງານ-ລັດຖະກອນ ໄດ້ນໍາໄປໝູນໃຊ້ເພື່ອສ້າງລາຍຮັບໃຫ້ຄອບຄົວຕົນເອງ ເປັນຕົ້ນແມ່ນ ການປູກ, ການລ້ຽງ, ການດໍາເນີນທຸລະກິດ ແລະ ອື່ນໆ.

ພ້ອມດຽວກັນນີ້, ຍັງໄດ້ມີຄໍາເຫັນ ແລະ ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ໂດຍສະເພາະ ສາມອົງການຈັດຕັ້ງມະຫາຊົນ ສືບຕໍ່ສ້າງເງື່ອນໄຂ ແລະ ຊຸກຍູ້ສົ່ງເສີມໃຫ້ພະນັກງານພາຍໃນ ຫສນຍ ສາມາດສ້າງເສດຖະກິດຄອບຄົວນອກໂມງລັດຖະການ ໃຫ້ຫຼາຍຂຶ້ນ.

ນອກນັ້ນ ໃຫ້ປະສານສົມທົບກັບບັນດາສະຖາບັນ, ມະຫາວິທະຍາໄລແຫ່ງຊາດ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອມາໃຫ້ຂໍ້ມູນ, ບົດຮຽນຄວາມຮູ້ ແລະ ເຕັກນິກດ້ານວິຊາການ ຕື່ມ ໃນດ້ານການປູກ, ການລ້ຽງ ແລະ ເຕັກນິກໃນການບໍລິຫານຕ່າງໆ, ສຳຄັນ ໃຫ້ເອົາໃຈໃສ່ໃນການຊຸກຍູ້ສົ່ງເສີມ ໃຫ້ພະນັກງານ-ລັດຖະກອນ ໄດ້ເຂົ້າເຖິງແຫຼ່ງທຶນໃຫ້ຫຼາຍຂຶ້ນ.

ຂ່າວ: ຫສນຍ