ສາວສຸດທົນ ຂໍຮ້າງຜົວສາເຫດຍ້ອນຜົວຟັງຄວາມພໍ່ແມ່ອ້າຍນ້ອງເກີນໄປ

ເວັບໄຊຕ໌ຕ່າງປະເທດໄດ້ເປິດເຜີຍເລື່ອງລາວຊີວິດຄອບຄົວຂອງສາມີພັນລະຍາຄູ່ຫນຶ່ງ ໂດຍເລື່ອງລາວມີຢູ່ວ່າ.. ເຮົາກັບສາມີແຕ່ງງານກັນມາ 5 ປີແລ້ວ ແຕ່ຈົນປັດຈຸບັນນີ້ເຮົາສອງຄົນກໍ່ຍັງຕ້ອງເຊົ່າເຮືອນຢູ່ ເຮົາເອງຢາກເກັບເງິນໃຫ້ໄດ້ຈັກກ້ອນໄວໆແລ້ວເອົາໄປຊື້ເຮືອນ ຈະໄດ້ມີເຮືອນເປັນຂອງໂຕເອງ ບໍ່ຕ້ອງມີປະສົບການຖືກເຈົ້າຂອງເຮືອນໄລ່ອອກຈາກເຮືອນອີກ ແຕ່ພໍເບີ່ງເງິນເດືອນຂອງເຮົາກັບສາມີແລ້ວ ການຈະຊື້ເຮືອນຈັກຫຼັງກໍ່ບໍ່ແມ່່ນເລື່ອງງ່າຍເລີຍ

ເມື່ອກ່ອນຕອນສາມີຍັງບໍ່ໄດ້ເລື່ອນຂັ້ນ ເງິນເດືອນລາວກໍ່ຍັງບໍ່ທັນສູງ ແຕ່ຫລັງຈາກໄດ້ເລື່ອນຕຳແຫນ່ງ ເງິນເດືອນກໍ່ເພິ່ມຂຶ້ນຫຼາຍ ບວກກັບຄ່າຄອມມິຊັ່ນ ເດືອນຫນຶ່ງກໍ່ຫຼາຍເຕີບຢູ່ ເຮົາຄິດວ່າເບີ່ງຈາກເງິນເດືອນຂອງສາມີຕອນນີ້ແລ້ວ ພວກເຮົາຄືຈະໄດ້ຊື້ເຮືອນໃນໄວໆ ນີ້

ສາມີເຮົາເປັນຄົນຊື່ ດີກັບເຮົາ ແລະ ລູກ ແຕ່ກໍ່ມີຂໍ້ເສຍຄືເຂົາເປັນຄົນເຊື່ອຟັງພໍ່ແມ່ຫລືແມ່ນແຕ່ນ້ອງຊາຍ ຊ່ວງກ່ອນຫນ້ານີ້ນ້ອງຊາຍເຂົາແຕ່ງງານ ພໍ່ແມ່ສາມີມາຂໍເງິນ ຕອນນັ້ນເຮົາກັບສາມີເຖິງຂັ້ນມີຜິດຖຽງກັນ ເຮົາບໍ່ຢາກໃຫ້ເງິນຫຼາຍປານນັ້ນ

ນ້ອງຊາຍກໍ່ເຮັດວຽກມາຕັ້ງຫລາຢປີ ເຂົາແຕ່ງງານ ເປັນອ້າຍໃສ່ຊອງໃຫ້ກໍ່ໜ້າຈະພໍແລ້ວ ແຕ່ນີ້ແມ່ນຫຍັງມາຂໍເງິນຕັ້ງຫຼາຍເທື່ອ ຕອນພວກເຮົາແຕ່ງງານ ພໍ່ແມ່ສາມີບໍ່ໃຫ້ຄ່າສິນສອດ ແຕ່ສາມີກໍ່ປິດບັງເຮົາໄວ້ແລ້ວເອົາເງິນໂຕເອງໃຫ້ ເລື່ອງນີ້ເຮົາມາຮູ້ຕອນທີ່ເຮົາກັບໄປຢ້ຽມຢາມພໍ່ແມ່ທີ່ບ້ານ ເຮົາຄຽດຫຼາຍຈົນແທບຈະຂໍແຍກທາງ ພໍເທື່ອນີ້ ຫຼັງສາມີເລື່ອນຕຳແໜ່ງໄດ້ເຄີ່ງປີ ເຮົາຮູ້ສຶກວ່າເງິນເດືອນປັດຈຸບັນຂອງສາມີບວກກັບເງິນເກັບມາຫຼາຍປີຄືຈະພໍດາວເຮືອນໄດ້ແລ້ວ

ເຮົາກໍ່ເລີຍໃຫ້ສາມີເອົາເງິນອອກມາເບີ່ງ ເພາະເຮົາສອງຄົນຕ່າງຄົນຕ່າງທ້ອນ ແຕ່ສາມີກໍ່ອ້ຳໆອຶ້ງໆ ບອກວ່າບໍ່ຢາກຊື້ຕອນນີ້ ລົດກໍ່ບອກວ່າບໍ່ຟ້າວຊື້ ເຮົາກໍ່ເລີຍຮູ້ສຶກແປກໆ ມີມື້ຫນຶ່ງຕອນສາມີບໍ່ຢູ່ເຮືອນ ເຮົາກໍ່ເລີຍຊອກຫາບັນຊີຈົນເຫັນ ພໍເປິດອອກເບີ່ງກໍ່ເຫັນວ່າເງິນໃນບັນຊີມີບໍ່ພໍເທົ່າໃດ

ທັງໆເງິນໃນບັນຊີໜ້າຈະມີເງິນບໍ່ນ້ອຍ! ພໍສາມີກັບເຮືອນມາ ເຮົາກໍ່ເອົາບັນຊີໄປຖາມ ແລະ ຮູ້ສຶກຕົກໃຈຫຼາຍ ແລ້ວສິ່ງທີ່ລາວອະທິບາຍກໍ່ເຮັດໃຫ້ເຮົາສິ້ນຫວັງໃນໂຕເຂົາ ທີ່ແທ້ບໍ່ດົນມານີ້ ນ້ອງຊາຍເຂົາຢາກຊື້ເຮືອນ ແຕ່ເງິນບໍ່ພໍ ນ້ອງຊາຍກັບພໍ່ແມ່ສາມີກໍ່ເລີຍມາຂໍຢືມເງິນຈາກສາມີເຮົາ ແລ້ວກໍ່ເອົາໄປ ຄັ້ງນີ້ເຂົາເຮັດໃຫ້ເຮົາຢາກປະແທ້ໆ ເຮົາຈຶ່ງຕັດສິນໃຈບອກເລີກເຂົາ ແລ້ວເຮົາກໍ່ຍ້າຍອອກມາຢູ່ເຮືອນໝູ່ສະນິດ ເຮົາຄິດຖືກແລ້ວແມ່ນບໍ່ທີ່ຂໍປະ?