ຜູ້ນຳໂລກ ຮຽກຮ້ອງໃຫ້ທຸກປະເທດສາມາດເຂົ້າເຖິງວັກແຊງໂຄວິດ-19ຢ່າງເສລີ
ຕາມຂ່າວຈາກເຈເນວາ, ວັນທີ 14 ພຶດສະພານີ້, ບັນດາ ຜູ້ນຳທົ່ວໂລກ ລວມທັງ ອະດິດ ແລະ ປັດຈຸບັນ ກ່າວຢືນຢັນ ວ່າ: ຫາກການ ພັດທະນາຢາ ຕ້ານພະຍາດ(ວັກແຊງ) ສຳລັບ ການປິ່ນປົວ ພະຍາດ ທີ່ເກີດຈາກ ເຊື້ອພະຍາດ ໂຄວິດ-19 ປະສົບ ຄວາມສຳເລັດ ຫລື ມີການຄົ້ນພົບ ຢາປິ່ນປົວ ໂຄວິດ-19 ໄດ້ແລ້ວ ທຸກປະເທດ ຄວນຈະ ໄດ້ເຂົ້າເຖິງທັງ ວັກແຊງ ແລະ ວິທີການປິ່ນປົວ ໄດ້ຢ່າງເສລີ ແລະ ບໍ່ມີຄ່າໃຊ້ຈ່າຍ ຫລັງຈາກ ທ່ານ ໄຊຣີ ຣາມາໂຟຊາ, ປະທານາທິບໍດີ ອາຟຣິກາໃຕ້ ແລະ ທ່ານ ອິມຣານ ຂ່ານ, ນາຍົກ ລັດຖະມົນຕີ ປາກິດສະຖານ ເປັນສ່ວນໜຶ່ງ ໃນຈຳນວນ ຜູ້ທີ່ເຂົ້າຮ່ວມ ລົງນາມ ໃນຈົດໝາຍ 140 ກວ່າຄົນ ທີ່ຮຽກຮ້ອງວ່າ ບໍ່ຄວນ ຈະມີການ ຈົດສິດທິບັດ ວັກແຊງໂຄວິດ-19 ແລະ ວິທີທາງການປິ່ນປົວ ຄວນຈະໄດ້ມີ ການແບ່ງປັນກັນ ລະຫວ່າງ ປະເທດຕ່າງໆ ແລະ ຂໍໃຫ້ ສະມັດ ຊາ ອະນາໄມໂລກ ເປັນຜູ້ຊຸກຍູ້ໃນເລື້ອງນີ້, ສະມັດຊາ ອະນາໄມໂລກ ເປັນສ່ວນໜຶ່ງ ຂອງ ອົງການ ອະນາໄມໂລກ ທີ່ເຮັດໜ້າທີ່ ກຳນົດ ແນວທາງ ນະໂຍບາຍ ຂອງ ອົງການ ອະນາໄມໂລກ ໂດຍສະມັດຊາ ອະນາໄມໂລກ ຈະເປີດກອງປະຊຸມ ປະຈຳປີ ໃນອາທິດໜ້າ.
ຂ່າວ: ຂປລ