ປະຊາຊົນອັບການິສຖານ ນັບໝື່ນຍຽບກັນຕາຍ ເນື່ອງຈາກແຫ່ຂໍຍືນວີຊາໄປປາກີສະຖານ

ເມື່ອວັນທີ່ 21 ເດືອນ ຕຸລາ ປີ 2020 ເອເອັບພີ ລາຍງານເຫດການຍຽບກັນຕາຍທີ່ເມືອງ ຈະລາລາບາດ ແຂວງ ນານກາຮາ ທາງຕາເວັນອອກຂອງປະທດ ອັບການິສຖານ ພາຍຫຼັງປະຊາຊົນຫຼາຍໝື່ນຄົນ ລວມກຸ່ມກັນເພື່ອຂໍວີຊ່າໄປປະເທດ ປາກີສຖານ ສົ່ງຜົນເຮັດໃຫ້ຄົນເສຍຊີວິດຢ່າງນ້ອຍ 11 ຄົນ ເປັນຜູ້ຍິງທົງໝົດ ແລະ ສ່ວນໃຫ່ຍເປັນຄົນສູງໄວ ໄດ້ຮັບສິດຢູ່ແຖວໜ້າ ແລະ ລຸກຂື້ນຢືນບໍ່ໄດ້ ແລະອີກ 13 ຄົນໄດ້ຮັບບາດເຈັບ ເປັນຍິງ 10 ຄົນ ແລະ ຊາຍ 3 ຄົນ

ຫຼັງຈາກສະຖານກົງສຸນປາກີສະຖານປະຈຳ ແຂວງ ນານກາຮາ ກັບມາເປີດບໍລິການອີກຄັ້ງ ພາຍຫຼັງປິດໄປຊົວຄາວເປັນເວລາ 7 ເດືອນ ເນືອງຈາກການລະບາດຂອງໂຄວິດ-19 ເຮັດໃຫ້ຜູ້ຂໍວີຊ່າປາກີສຖານຈຳນວນຫຼາຍເຂົ້າມາໃຊ້ບໍລິການ ແນວໃດກໍ່ຕາມຕຳຫຼວດລະບຸວ່າ ຜູ້ຂໍວີຊ່າພາກັນແຫ່ຍາດຄິວຕາມທີ່ເຈົ້າໜ້າທີ່ສະຖານກົງສຸນຈັດໄວ້ໃຫ້ ຈື່ງຄວບຄຸມຄົນຈຳນວນຫຼາຍບໍ່ໄດ້ ນຳໄປສູ່ການຍຽບກັນຕາຍໃນທີ່ສຸດ

.

.

.

.

.

.