ສາຍການບິນລາວ​ຈະ​ເປີດໃຫ້ບໍລິການຄືນ ນັບຕັ້ງແຕ່ວັນທີ​ 22 ພຶດສະພາ 2020 ເປັນຕົ້ນໄປ

ຫຼັງຈາກໄດ້ປິດໃຫ້ບໍລິການ ຕັ້ງແຕ່ເດືອນ ເມສາ ທີ່ຜ່ານມາ ແລະ ໄດ້ປະກາດວ່າຈະເປີດບໍລິການອີກຄັ້ງໃນ ວັນທີ 8 ພຶດສະພາ 2020 ແຕ່ກໍ່ຕ້ອງໄດ້ເລື່ອກອອກໄປອີກ ເນື່ອງຈາກສະຖານະການ ການແຜ່ລະບາດຂອງພະຍາດໂຄວິດ-19

ວັນທີ 15 ພຶດສະພາ 2020 ລັດວິສາຫະກິດການບິນລາວ ໄດ້ອອກມາແຈ້ງການ ອີກຄັ້ງວ່າ ສາຍການບິນລາວ ຈະເປີດໃຫ້ບໍລິການຄືນ ເສັ້ຍທາງບິນພາຍໃນປະເທດ ນັບຕັ້ງແຕ່ ວັນທີ 22 ພຶດສະພາ 2020 ນີ້.

ແນວໃດກໍ່ຕາມ, ອີກບໍ່ພໍທໍ່ໃດມື້ ກໍ່ຈະຄົບກຳນົດໄລຍະຜ່ອນຜັນມາດຕະການຊົ່ວຄາວ ໃນວັນທີ 17 ພຶດສະພາ 2020 ນີ້ ເຮົາມາຕິດຕາມນຳກັນວ່າ ຈະມີມາດຕະການຜ່ອນຜັນຫຍັງເພີ່ມອີກແດ່