ເກົາຫລີໃຕ້ ມອບເງິນຊ່ວຍເຫລືອ 11 ລ້ານໂດລາແກ່ສປປ ລາວ

ວັນທີ 19 ຕຸລາ 2020 ໄດ້ມີພິທີເຊັນບົດບັນທຶກການຮ່ວມມື ລະຫວ່າງອົງການກອຍກາ ປະຈຳ ສປປ ລາວ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສຳລັບໂຄງການ ສ້າງລະບົບຄຸ້ມຄອງນ້ຳ ທີມີປະສິດທິຜົນ ແລະ ເສີມຂະຫຍາຍຄວາມພ້ອມ ໃນການຮັບມືກັບໄພພິບັດ ຂອງນໍ້າງື່ມ ແຕ່ປີ 2020-2025 ໃນມູນຄ່າ 11 ລ້ານ ໂດລ້າສະຫະລັດ.

ໃນພິທີ ມີ ພະນະທ່ານ ຊັງຊູນ ຊີນ ເອກອັກຄະລັດຖະທູດ ສ.ເກົາຫລີ ປະຈຳ ສປປ ລາວ, ພະນະທ່ານ ຄຳມະນີ ອີນທີລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ພະນະທ່ານ ສົມມາດ ໂພເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງເເວດລ້ອມ, ທ່ານ ນາງ ຈອງຮີ ອີມ ຜູ້ຕາງໜ້າອົງການກອຍກາ ປະຈຳ ສປປ ລາວ, ທ່ານ ບູນເທບ ມາໄລທຳ ຫົວໜ້າກົມພະລັງງານ ກະຊວງພະລັງງານ ແລະ ທ່ານ ພູວົງ ຫຼວງໄຊສະນະ ຫົວໜ້າກົມແຜນການ ແລະ ການເງິນ ກະຊວງຊັບ ເຂົ້າຮ່ວມ.

ສາຍນໍ້າງື່ມ ໄຫຼມາຈາກພາກເໜືອຂອງປະເທດລາວ ເປັນໜື່ງໃນສາຍນ້ຳທີ່ໃຫຍ່ທີສຸດໃນ ສປປ ລາວ ເຊິ່ງ ລວມເປັນ 44% ຂອງພະລັງງານໄຟຟ້າແຫ່ງຊາດ ຈາກເຂື່ອນໄຟຟ້າຕາມສາຍນ້ຳງື່ມ.

ອົງການກອຍກາ ໄດ້ຈັດຕັ້ງປະຕິບັດໂຄງການ ສ້າງແຜນແມ່ບົດ ກ່ຽວກັບການຄຸ້ມຄອງແຫຼງນ້ຳແບບປະສົມປະສານ ຂອງນ້ຳງື່ມ ຢູ່ ສປປ ລາວ ຈາກປີ 2016 ຫາ 2019 ເພື່ອການຄຸ້ມຄອງທີ່ມີປະສິດທິຜົນ ຂອງແຫຼງນ້ຳ ແລະ ເພີມທະວີການຮັບມືກັບໄພພິບັດ ເຊິ່ງເປັນໂຄງການຕໍ່ເນື່ອງ.

ຈາກໂຄງການດັ່ງກ່າວ ອົງການກອຍກາຈະສ້າງລະບົບຄຸ້ມຄອງແມ່ນ້ຳ ການເຕືອນໄພນຳ້ຖ້ວມ ແລະ ແຜນການໃຫ້ຂໍ້ມູນກ່ຽວກັບສະພາບສຸກເສີມ ການຍົກຍ້າຍໃນກໍລະນີນ້ຳຖ້ວມ ແລະ ໄພແຫ້ງແລ້ງ ຢູ່ນ້ຳງື່ມ ເຊິ່ງແມ່ນແມ່ນ້ຳທີ່ໃຫຍ່ທີ່ 4 ຂອງປະເທດ.

ນອກຈາກການຊ່ວຍເຫຼືອ ດ້ານເຕັກນິກ ໂຄງການດັ່ງກ່າວຍັງສ້າງຄວາມເຂັ້ມແຂງໃຫ້ໜວຍງານທີ່ກ່ຽວຂ້ອງໂດຍລວມ ເຊັ່ນ ອົງການທີ່ກ່ຽວຂ້ອງກັບນ້ຳ ແລະ ປະຊາຊົນອາໃສຢູ່ອ້ອມແອ້ມນ້ຳງື່ມ ເພື່ອການຄຸ້ມຄອງຊັບພະຍາກອນນ້ຳ ຮັບມືກັບໄພພິບັດ ສ້າງ ແລະ ນຳໃຊ້ລະບົບຄຸ້ມຄອງນ້ຳແບບຢ່າງ. ນອກຈາກນີ້ແລ້ວ ຍັງມີການທົດລອງແລະການຝຶກຊ້ອມ ເພື່ອປ້ອງການຄວາມປອດໄພໃນກໍລະນີ ນ້ຳຖ້ວມແທ້ ເພື່ອຄວາມປອດໄພແລະ ຫຼຸດຜ່ອນຄວາມເສຍຫາຍຂອງຊັບສີນຂອງປະຊາຊົນ.

ອົງກອຍກາ ປະຈຳ ສປປ ລາວ ຫວັງຢ່າງສູງວ່າ ໂຄງການດັ່ງກ່າວຈະສາມາດປະກອບສວນ ສ້າງຄວາມເຂົ້າໃຈກ່ຽວກັບການຄຸ້ມຄອງແຫຼງນ້ຳແບບປະສົມປະສານ ແລະ ຫຼຸດຜ່ອນໄພພິບັດກ່ຽວກັບນ້ຳ ແລະ ສ້າງຄວາມເຂັ້ມແຂງໃຫ້ ສປປ ລາວ ເພື່ອຕອບຮັບກັບຄວາມປອດໄພດ້ານນ້ຳ ໂດຍການສ້າງຕັ້ງລະບົບຄຸ້ມຄອງ ແລະ ຮ່ວມມື ໃຫ້ໜວຍງານທີ່ກ່ຽວຂ້ອງ.